ກະຊວງການຕ່າງປະເທດຈີນກ່າວວ່າ: ຈະສືບຕໍ່ຮັກສາການຕິດຕໍ່ພົບພັນກັບຝ່າຍຕ່າງໆ ເພື່ອສ້າງເງື່ອນໄຂໃຫ້ແກ່ການແກ້ໄຂວິກິດການອູແກຣນດ້ວຍວິຖີທາງການເມືອງ

2024-06-01 16:45:01 cri


ວັນທີ 31 ພຶດສະພາຜ່ານມານີ້, ທ່ານນາງເໝົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ໃນກອງປະຊຸມ, ມີນັກຂ່າວໄດ້ຍົກຄຳຖາມກ່ຽວກັບສະວິດຈັດກອງປະຊຸມສຸດຍອດສັນຕິພາບອູແກຣນຄັ້ງທຳອິດ. ກ່ຽວກັບເລື່ອງນີ້, ທ່ານນາງເໝົານີງກ່າວວ່າ, ກ່ອນອື່ນໝົດ, ຝ່າຍຈີນເອົາໃຈໃສ່ໃນລະດັບສູງກ່ຽວກັບກອງປະຊຸມສຸດຍອດສັນຕິພາບອູແກຣນຄັ້ງທຳອິດທີ່ຈັດຂຶ້ນໂດຍສະວິດ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຈີນໄດ້ຮັກສາການຕິດຕໍ່ພົວພັນກັນຢ່າງໃກ້ຊິດກັບສະວິດແລະຝ່າຍຕ່າງໆທີ່ກ່ຽວຂ້ອງມາໂດຍຕະຫຼອດ. ຈີນຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍວ່າ, ກອງປະຊຸມສັນຕິພາບສາກົນຄວນມີ 3 ປັດໄຈສຳຄັນ, ຄື: ການໄດ້ຮັບການຮັບຮອງຈາກຣັດເຊຍແລະອູແກຣນ, ຝ່າຍຕ່າງໆເຂົ້າຮ່ວມກອງປະຊຸມຢ່າງສະເໝີພາບກັນ, ແລະການດຳເນີນການເປິກສາຫາລືຢ່າງຍຸຕິທຳກ່ຽວກັບແຜນການສັນຕິພາບທຸກສະບັບ, ຖ້າບໍ່ດັ່ງນັ້ນ, ຍາກທີ່ຈະເສີມຂະຫຍາຍບົດບາດທາດແທ້ຕໍ່ການຟື້ນຟູສັນຕິພາບ.


ທ່ານນາງເໝົານີງຊີ້ອອກວ່າ, ຕາມຄວາມເຫັນຂອງຝ່າຍຕ່າງໆແລະວາລະປະຊຸມທີ່ປະກາດແລ້ວນັ້ນ, 3 ປັດໄຈສຳຄັນທີ່ຝ່າຍຈີນສະເໜີອອກນັ້ນລ້ວນແຕ່ຍາກທີ່ຈະບັນລຸໄດ້. ວາລະກອງປະຊຸມຍັງມີຄວາມຫ່າງໄກກັນຫຼາຍກັບຄວາມຮຽກຮ້ອງຂອງຝ່າຍຈີນແລະຄວາມຄອງຄອຍຂອງປະຊາຄົມໂລກ, ຝ່າຍຈີນແມ່ນຍາກທີ່ຈະເຂົ້າຮ່ວມກອງປະຊຸມ, ແລະໄດ້ແຈ້ງຈຸດປະສົງແລະຄວາມເປັນຫ່ວງຂອງຈີນໃຫ້ຝ່າຍທີ່ກ່ຽວຂ້ອງຮັບຊາບ. ພວກເຮົາຈະສືບຕໍ່ໄກ່ເກ່ຍແລະຊຸກຍູ້ການເຈລະຈາດ້ວຍວິທີຂອງຕົນ, ຮັກສາການຕິດຕໍ່ພົວພັນກັບຝ່າຍຕ່າງໆ, ຮ່ວມກັນສ້າງເງື່ອນໄຂໃຫ້ແກ່ການແກ້ໄຂວິກິດການອູແກຣນດ້ວຍວິຖີທາງການເມືອງ.