ມູນຄ່າການຄ້າເອເລັກໂຕຣນິກຂ້າມຊາດຂອງຈີນເພີ່ມຂຶ້ນຫຼາຍກວ່າ 10 ເທົ່າໃນ 5 ປີຜ່ານມາ

2024-06-02 10:34:40 cri

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 30 ພຶດສະພາທີ່ຜ່ານມາ, ກະຊວງການຄ້າຈີນແນະນຳໃຫ້ຮູ້ວ່າ: ໃນ 5 ປີທີ່ຜ່ານມາ, ມູນຄ່າການຄ້າເອເລັກໂຕຣນິກຂ້າມຊາດຂອງຈີນໄດ້ເພີ່ມຂຶ້ນຫຼາຍກວ່າ 10 ເທົ່າ. ໃນໄຕມາດທຳອິດປີ 2014 ນີ້, ມູນຄ່າການນຳເຂົ້າ-ສົ່ງອອກຂອງການຄ້າເອເລັກໂຕຣນິກຂ້າມຊາດຂອງຈີນໄດ້ບັນລຸເຖິງ 577,6 ຕື້ຢວນ, ເພີ່ມຂຶ້ນ 9,6%. ໃນນັ້ນ, ມູນຄ່າການສົ່ງອອກ 448 ຕື້ຢວນ, ເພີ່ມຂຶ້ນ 14%.