ເປີດເຜີຍຄວາມຈິງຂອງອາເມຣິກາທີ່ກ່າວອ້າງ “ການເດີນເຮືອຢ່າງເສລີ” ຢູ່ທະເລຈີນໃຕ້

2024-06-02 16:13:06 cri

ຫວ່າງມໍ່ໆມານີ້, ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງປ້ອງກັນປະເທດຈີນ,  ໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບບົດລາຍງານ "ການເດີນເຮືອນຢ່າງເສລີ" ສົກການເງິນ 2023 ທີ່ເປີດເຜີຍໂດຍກະຊວງປ້ອງກັນປະເທດອາເມຣິກາ, ໂຄສົກກະຊວງປ້ອງກັນປະເທດຈີນກ່າວວ່າ: “ການເດີນເຮືອຢ່າງເສລີບໍ່ແມ່ນການເດີນເຮືອທ່ຽວໃຊ້ອຳນາດບາດໃຫຍ່.” ອີງຕາມບົດລາຍງານສະບັບນີ້, ສົກການເງິນ 2023 ຂອງອາເມຣິກາໄດ້ທ້າທາຍຕໍ່ອັນທີ່ເອີ້ນວ່າ “ມີການກ່າວອ້າງສິດແລະຜົນປະໂຫຍດທາງທະເລເກີນຂອບເຂດ” 29 ລາຍການຂອງ 17 ປະເທດ ແລະ ເຂດແຄວ້ນ ເຊິ່ງລວມທັງຈີນ.

ໃນຊຸມປີຜ່ານມາ, “ການເດີນເຮືອຢ່າງເສລີ” ໄດ້ກາຍເປັນຂໍ້ອ້າງທີ່ອາເມຣິກາມັກນຳໃຊ້ເລື້ອຍໆ ເພື່ອອວດອ້າງກຳລັງອາວຸດຂອງຕົນ ແລະ ດຳເນີນການຊ້ອມຮົບຮ່ວມຢູ່ແຫ່ງຕ່າງໆໃນໂລກ. ແຕ່ວ່າ: “ການເດີນເຮືອຢ່າງເສລີ” ທີ່ລະບຸໄວ້ໃນ “ສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍທະເລ” ພັດຕ່າງກັບ “ການເດີນເຮືອຢ່າງເສລີ” ຂອງອາເມຣິກາຫຼາຍ. ຈຸດຢືນຂອງ “ສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍທະເລ” ແມ່ນປົກປ້ອງສິດ ແລະ ຜົນປະໂຫຍດທາງທະເລທີ່ຍຸຕິທຳຂອງປະເທດຕ່າງໆ ແລະ ປົກປ້ອງຄວາມເປັນລະບຽບທາງທະເລຂອງທົ່ວໂລກ; ແຕ່ຈຸດຢືນຂອງອາເມຣິກາກ່ຽວກັບການເດີນເຮືອຢ່າງເສລີພັດແມ່ນປົກປ້ອງຜົນປະໂຫຍດການຕ່າງປະເທດທາງການທະຫານຂອງອາເມຣິກາ ແລະ ປົກປ້ອງສິດເປັນເຈົ້າອຳນາດທາງທະເລຂອງອາເມຣິກາ.

ສອງອັນມີຄວາມແຕກຕ່າງກັນຢ່າງຈະແຈ້ງ. ຍົກຕົວຢ່າງຄື: ການເດີນເຮືອຢ່າງເສລີທີ່ລະບຸໄວ້ໃນ “ສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍທະເລ” ປຽບເໝືອນໃນບ້ານໜຶ່ງ, ແຕ່ລະຄອບຄົວນອກຈາກສ້າງເຮືອນແລ້ວ, ຍັງມີເດີ່ນບ້ານ, ຢູ່ນອກເດີ່ນບ້ານແມ່ນສວນຜັກ. ຖ້າຄົນພາຍນອກຢາກຍ່າງຜ່ານສວນຜັກ ກໍຕ້ອງແຈ້ງເຈົ້າຂອງເຮືອນກ່ອນ, ຄົນພາຍນອກຈະບໍ່ສາມາດຍ່າງເຂົ້າເດີ່ນບ້ານຕາມລຳພັງໃຈໄດ້. ແຕ່ວ່າ, ອາເມຣິກາບໍ່ພຽງແຕ່ຢາກຍ່າງຜ່ານສວນຜັກຕາມລຳພັງໃຈເທົ່ານັ້ນ, ຍິ່ງໄປກວ່າເນັ້ນ ຍັງຢາກຍ່າງເຂົ້າເດີ່ນບ້ານ ໂດຍບໍ່ແຈ້ງເຈົ້າຂອງເຮືອນກ່ອນ. ພາຍໃຕ້ສະພາບການທີ່ມີເສລີພາບເດັດຖານແບບນີ້, ກຳປັ່ນຮົບອາເມຣິກາໄດ້ເດີນເຮືອລ່ວງເຂົ້າເຂດທະເລຂອງປະເທດອື່ນເລື້ອຍໆ ໂດຍບໍ່ໄດ້ແຈ້ງ ຫຼື ຮ້ອງຂໍລ່ວງໜ້າ ເຊິ່ງເຮັດໃຫ້ເກີດເຫດການອັນຕະລາຍຕ່າງໆຈົນນັບບໍ່ຖ້ວນ. ອາດເວົ້າໄດ້ວ່າ: “ການເດີນເຮືອຢ່າງເສລີ” ບໍ່ແມ່ນ “ການເດີນເຮືອຢ່າງເສລີແບບອາເມຣິກາ”, ສອງຢ່າງນີ້ມີຄວາມແຕກຕ່າງກັນໃນລັກສະນະທາດແທ້. ອາເມຣິກາບໍ່ໄດ້ເຂົ້າເປັນປະເທດພາຄີ “ສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍທະເລ”, ພັດນຳໃຊ້ “ການເດີນເຮືອຢ່າງເສລີ” ທ້າທາຍອັນທີ່ເອີ້ນວ່າ “ມີການກ່າວອ້າງສິດແລະຜົນປະໂຫຍດທາງທະເລເກີນຂອບເຂດ” ຂອງປະເທດອື່ນ, ທາດແທ້ແມ່ນໃຊ້ “ລະບຽບການ” ແບບອາເມຣິກາມາປົກປ້ອງສິດເປັນເຈົ້າອຳນາດທາງທະເລຂອງມັນເອງ.

ທີ່ຈິງແລ້ວ, ພາຍໃຕ້ຄວາມພະຍາຍາມຮ່ວມຂອງຈີນ ແລະ ບັນດາປະເທດສະມາຊິກອາຊຽນ, ການເດີນຜ່ານທະເລຈີນໃຕ້ບໍ່ມີບັນຫາມາໂດຍຕະຫຼອດ. ອາເມຣິກາປະຕິບັດ “ສິດເປັນເຈົ້າອຳນາດທາງເດີນເຮືອ” ດ້ວຍຂໍ້ອ້າງ “ການເດີນເຮືອຢ່າງເສລີ” ຈິ່ງແມ່ນຕົ້ນປາຍສາຍເຫດທີ່ເຮັດໃຫ້ເກີດຄວາມສ່ຽງດ້ານຄວາມໝັ້ນຄົງທາງທະເລ ແລະ ທາງອາກາດຢູ່ແຫ່ງຕ່າງໆໃນໂລກ.