ຈີນຈະເດັດດ່ຽວຄັດຄ້ານ “ການແບ່ງແຍກໄຕ້ຫວັນເປັນເອກະລາດ”

2024-06-02 14:47:18 cri

ວັນທີ 1 ມິຖຸນານີ້, ໃນກອງປະຊຸມສົນທະນາຊາງຣີລາ ທີ່ຈັດຂຶ້ນຢູ່ສິງກະໂປ, ທ່ານລອຍ ໂອສະຕິນ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາໄດ້ສ້າງກະແສຂ່າວກ່ຽວກັບ “ຍຸດທະສາດອິນໂດ-ປາຊີຟິກ”, ບັນຫາກ່ຽວພັນເຖິງໄຕ້ຫວັນ ແລະ ຫົວຂໍ້ອື່ນໆ. ຝ່າຍຈີນໄດ້ກ່າວຕອບໂຕ້ຕໍ່ເລື່ອງນີ້.


ເຈົ້າໜ້າທີ່ຝ່າຍຈີນກ່າວວ່າ: ຈຸດປະສົງທີ່ແທ້ຈິງຂອງຍຸດທະສາດ “ອິນໂດ-ປາຊີຟິກ” ຂອງອາເມຣິກາແມ່ນຢາກດຶງເອົາ “ວົງແຄບ” ຕ່າງໆເຂົ້າກັນ ແລ້ວກາຍເປັນ “ວົງໃຫຍ່” ປານນາໂຕຢູ່ພາກພື້ນອາຊີ-ປາຊີຟິກ ເພື່ອຮັກສາຖານະເຈົ້າອຳນາດຂອງອາເມຣິກາຢູ່ພາກພື້ນນີ້. ທາດແທ້ຂອງຍຸດທະສາດດັ່ງກ່າວແມ່ນຮັບໃຊ້ແຕ່ຜົນປະໂຫຍດສ່ວນຕົວດ້ານການເມືອງພູມມິພາກຂອງອາເມຣິກາເທົ່ານັ້ນ, ຈະບໍ່ມີອະນາຄົດຢ່າງແນ່ນອນ.


ເຈົ້າໜ້າທີ່ຝ່າຍຈີນກ່າວຕື່ມວ່າ: ບັນຫາໄຕ້ຫວັນເປັນບັນຫາແກນກາງທີ່ສຳຄັນທີ່ສຸດ ແລະ ອ່ອນໄຫວທີ່ສຸດໃນການພົວພັນລະຫວ່າງຈີນ-ອາເມຣິກາ. ໃນຊຸມປີຜ່ານມາ, ອາເມຣິກາຝືນກັບຄຳໝັ້ນສັນຍາຂອງຕົນ, ທຳລາຍຫຼັກການປະເທດຈີນດຽວ, ຊ່ວຍໄຕ້ຫວັນສະແຫວງຫາ “ຄວາມເປັນເອກະລາດ”, ຂາຍອາວຸດໃຫ້ໄຕ້ຫວັນ ແລະ ສ້າງຄວາມປັ່ນປ່ວນຢູ່ຊ່ອງແຄບໄຕ້ຫວັນ. ກອງທັບປົດປ່ອຍປະຊາຊົນຈີນຈະບໍ່ອະນຸຍາດການແບ່ງແຍກໄຕ້ຫວັນອອກຈາກຈີນຢ່າງເດັດຂາດ, “ການແບ່ງແຍກໄຕ້ຫວັນເປັນເອກະລາດ” ເທົ່າກັບສົງຄາມ.