ນາຍົກອິດສະຣາແອນກ່າວວ່າ: ບໍ່ທຳລາຍກຸ່ມຮາມາສໃຫ້ຮາບຄາບກໍຈະບໍ່ສາມາດບັນລຸການຢຸດຍິງຖາວອນ

2024-06-02 14:48:23 cri

ວັນທີ 1 ມິຖຸນານີ້, ໂດຍແນໃສ່ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາກ່າວຄຳປາໄສຮຽກຮ້ອງໃຫ້ກຸ່ມຮາມາສຮັບເອົາແຜນການແລກປ່ຽນຄົນ ແລະສັນຍາຢຸດຍິງສະບັບຮ່າງ ທີ່ອິດສະຣາແອນສະເໜີອອກມາໃໝ່, ຫ້ອງວ່າການທ່ານເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນໄດ້ອອກຖະແຫຼງການອີກ ໂດຍກ່າວເນັ້ນໜັກວ່າ: ເງື່ອນໄຂຂອງອິດສະຣາແອນທີ່ສິ້ນສຸດການປະທະກັນຢູ່ເຂດກາຊາບໍ່ມີການປ່ຽນແປງ ນັ້ນກໍຄືທຳລາຍຄວາມສາມາດດ້ານການທະຫານ ແລະ ດ້ານການບໍລິຫານຢູ່ເຂດກາຊາຂອງກຸ່ມຮາມາສ, ຜູ້ຖືກກັກຕົວຂອງອິດສະຣາແອນຖືກປ່ອຍຕົວໝົດ ແລະ ຮັບປະກັນໃຫ້ເຂດກາຊາບໍ່ເປັນໄພຂົ່ມຂູ່ຕໍ່ອິດສະຣາແອນອີກໃນອະນາຄົດ.


ຖະແຫຼງການກ່າວເນັ້ນໜັກວ່າ: ກ່ອນທີ່ເງື່ອນໄຂເຫຼົ່ານີ້ຂອງອິດສະຣາແອນໄດ້ຮັບການຕອບສະໜອງໝົດ, ອິດສະຣາແອນຈະບໍ່ເຫັນດີບັນລຸການຢຸດຍິງຖາວອນຢູ່ເຂດກາຊາ.