ຈີນຕອບໂຕ້ຖ້ອຍຄຳລັດຖະມົນຕີປ້ອງກັນປະເທດອາເມຣິກາກ່ຽວກັບໄຕ້ຫວັນ

2024-06-02 10:30:24 cri

ວັນທີ 1 ມິຖຸນານີ້, ທ່ານລອດ ໂອສຕິນ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາໄດ້ຖືກອງປະຊຸມສົນທະນາຊາງຣີລາເປັນເວທີການສະແດງຂອງຕົນ ໂດຍໄດ້ປ່າວປະກາດຖ້ອຍຄຳກ່ຽວກັບ “ຍຸດທະສາດອິນໂດ-ປາຊີຟິກ” ແລະ ບັນຫາກ່ຽວກັບໄຕ້ຫວັນ. ຝ່າຍຈີນໄດ້ຕອບໂຕ້ຕໍ່ເລື່ອງນີ້.

ຈີນຖະແຫຼງວ່າ: “ຍຸດທະສາດອິນໂດ-ປາຊີຟິກ” ຂອງອາເມຣິກາຊູຄັນທຸງຊຸກຍູ້ການຮ່ວມມືຂອງພາກພື້ນ, ແຕ່ທີ່ຈິງແລ້ວແມ່ນປະຕິບັດຕາມແນວຄິດສົງຄາມເຢັນ ແລະ ການຫຼິ້ນເກມລວມເປັນສູນ, ທາດແທ້ແມ່ນຍຸດທະສາດທີ່ສ້າງຄວາມແຕກແຍກ, ຍຸຍົງສົ່ງເສີມການເປັນປໍລະປັກກັນ ແລະ ທຳລາຍສະຖຽນລະພາບ, ເປັນການຝືນກັບກະແສປະຫວັດສາດ, ຮັບໃຊ້ແຕ່ຜົນປະໂຫຍດສ່ວນຕົວດ້ານການເມືອງພູມີພາກຂອງອາເມຣິກາເທົ່ານັ້ນ, ຈະບໍ່ມີອະນາຄົດຢ່າງແນ່ນອນ.

ບັນຫາໄຕ້ຫວັນເປັນບັນຫາແກນກາງທີ່ສຳຄັນ ແລະ ອ່ອນໄຫວທີ່ສຸດໃນການພົວພັນລະຫວ່າງຈີນ-ອາເມຣິກາ. ໃນຫຼາຍປີຜ່ານມາ, ອາເມຣິກາໄດ້ລະເມີດຄຳໝັ້ນສັນຍາຂອງຕົນ, ທຳລາຍຫຼັກການປະເທດຈີນດຽວ, ຊ່ວຍເຫຼືອໄຕ້ຫວັນສະແຫວງຫາ “ການແບ່ງແຍກໄຕ້ຫວັນອອກເປັນເອກະລາດ”, ສ້າງຄວາມວຸ້ນວາຍໃຫ້ກັບຊ່ອງແຄບໄຕ້ຫວັນ.

ກອງທັບປົດປ່ອຍປະຊາຊົນຈີນຈະບໍ່ອະນຸຍາດການແບ່ງແຍກໄຕ້ຫວັນອອກຈາກຈີນຢ່າງເດັດຂາດ, “ການແບ່ງແຍກໄຕ້ຫວັນອອກເປັນເອກະລາດ” ເທົ່າກັບສົງຄາມ. ກອງທັບປົດປ່ອຍປະຊາຊົນຈີນຈະບໍ່ຍຸດຕິການເຝິກຊ້ອມ ແລະ ກຽມການສູ້ຮົບ, ບໍ່ຍຸດຕິການໂຈມຕີອິດທິກຳລັງແບ່ງແຍກໄຕ້ຫວັນອອກເປັນເອກະລາດເພື່ອຊຸກຍູ້ການທ້ອນໂຮມປະເທດຊາດເປັນເອກະພາບ, ຕອບໂຕ້ຢ່າງແຂງແຮງ ແລະ ເດັດດ່ຽວ ເພື່ອເຮັດໃຫ້ການແຊກແຊງຈາກພາຍນອກປະສົບຄວາມຫຼົ້ມແຫຼວ, ສຳເລັດພາລະໜ້າທີ່ໃນການປົກປ້ອງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງເດັດດ່ຽວ.