ໃນວັນເດັກສາກົນ, ເດັກນ້ອຍຢູ່ເຂດກາຊາບໍ່ແມ່ນໄດ້ຮັບຂອງຂວັນ ແຕ່ແມ່ນລະເບີດ

2024-06-02 10:32:27 cri

ວັນທີ 1 ມິຖຸນາເປັນວັນເດັກສາກົນ. ໃນວັນສຳລັບເດັກນ້ອຍທົ່ວໂລກດັ່ງກ່າວ, ສິ່ງທີ່ເດັກນ້ອຍຢູ່ເຂດກາຊາໄດ້ຮັບນັ້ນ ບໍ່ແມ່ນຂອງຂວັນ, ແຕ່ແມ່ນລະເບີດ.

ອີງຕາມພາກສ່ວນສາທາລະນະສຸກປາແລັດສະຕິນແຈ້ງໃຫ້ຮູ້ວ່າ: ປັດຈຸບັນ, ມີເດັກນ້ອຍເຂດກາຊາຫຼາຍກວ່າ 14.000 ຄົນໄດ້ເສຍຊີວິດຈາກການປະທະກັນ ແລະ ຫຼາຍພັນຄົນໄດ້ຮັບບາດເຈັບ. ຄຽງຄູ່ກັບການປະທະກັນຮຸນແຮງຂຶ້ນຢ່າງບໍ່ຢຸດຢັ້ງ, ສະພາບການດຳລົງຊີວິດຂອງເດັກນ້ອຍຢູ່ເຂດກາຊາປະສົບຄວາມຫຍຸ້ງຍາກຫຼາຍ, ຍ້ອນຂາດອາຫານ, ນ້ຳດື່ມ, ຢາປິ່ນປົວ ແລະ ເຄື່ອງໃຊ້ປະຈຳວັນອື່ນໆ, ເດັກນ້ອຍຢູ່ເຂດກາຊາມີຈຳນວນຫຼາຍໄດ້ຕິດພະຍາດຕິດແປດ, ພະຍາດເລືອດຈາງ ແລະ ພູມຕ້ານທານມີຄວາມບົກຜ່ອງເປັນຕົ້ນ.