ຈີນບໍ່ອະນຸຍາດໃຫ້ລັດທິເຈົ້າອຳນາດ ແລະ ການເມືອງມະຫາອຳນາດທຳລາຍຜົນປະໂຫຍດພາກພື້ນອາຊີ-ປາຊີຟິກ

2024-06-02 14:45:13 cri

ວັນທີ 2 ມິຖຸນານີ້, ທ່ານຕົງຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນໄດ້ກ່າວຄຳປາໄສ ທີ່ພາດຫົວຂໍ້ “ທັດສະນະຄວາມໝັ້ນຄົງທົ່ວໂລກຂອງຈີນ” ໃນກອງປະຊຸມສົນທະນາຊາງຣີລາ.


ທ່ານຕົງຈຸ່ນກ່າວວ່າ: ໃນໂລກທີ່ເກີດການປັ່ນປ່ວນວຸ້ນວາຍ ແລະ ມີຄວາມສັບສົນໃນປັດຈຸບັນ, ປະຊາຊົນປະເທດຕ່າງໆຍິ່ງຫວັງຢ່າງແຮງກ້າຕໍ່ສັນຕິພາບແລະການພັດທະນາ. ຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບທີ່ໄດ້ສືບຕໍ່ມາເປັນເວລາຫຼາຍສິບປີຂອງພາກພື້ນອາຊີ-ປາຊີຟິກ ແລະ “ຄວາມອັດສະຈັນອາຊີ-ປາຊີຟິກ” ທີ່ປະຈັກຕາຕໍ່ທົ່ວໂລກ ໄດ້ທຸ່ມເທພະລັງຂັບເຄື່ອນອັນເຂັ້ມແຂງເຂົ້າໃນການພັດທະນາຂອງໂລກ ແລະ ໄດ້ເປັນພື້ນຖານອັນໝັ້ນແກ່ນໃຫ້ແກ່ຄວາມໝັ້ນຄົງທົ່ວໂລກ ເຊິ່ງໄດ້ນຳເອົາຄວາມຄິດຫຼາຍຢ່າງມາໃຫ້ພວກເຮົາ.


ທ່ານກ່າວຕື່ມວ່າ: ປະຊາຊົນອາຊີ-ປາຊີຟິກສະແຫວງຫາຄວາມກົມກຽວກັນ ແລະ ຮັກຫອມສັນຕິພາບ. ຜົນສຳເລັດດ້ານການພັດທະນາ ແລະ ສະພາບຄວາມໝັ້ນຄົງຂອງພາກພື້ນນີ້ແມ່ນໄດ້ມາບໍ່ງ່າຍ. ພວກເຮົາບໍ່ອະນຸຍາດໃຫ້ລັດທິເຈົ້າອຳນາດ ແລະ ການເມືອງມະຫາອຳນາດທຳລາຍອາຊີ-ອາຊີຟິກ, ບໍ່ອະນຸຍາດໃຫ້ນຳເອົາການປະທະກັນທາງພູມີພາກ, ສົງຄາມເຢັນ ຫຼື ສົງຄາມຮ້ອນເຂົ້າມາໃນພາກພື້ນນີ້, ບໍ່ອະນຸຍາດໃຫ້ປະເທດໃດໆ ຫຼື ອິດທິກຳລັງໃດໆກໍ່ຄວາມວຸ້ນວາຍ ຫຼື ກໍ່ສົງຄາມໃນພາກພື້ນນີ້.