ເຮືອບິນ ARJ21 ທີ່ຈີນສົ່ງອອກຂາຍໃຫ້ອິນໂດເນເຊຍທັງຊຳລະດ້ວຍເງິນຢວນເປັນຄັ້ງທຳອິດ ໄດ້ເດີນທາງເຖິງອິນໂດເນເຊຍ

2024-06-02 10:54:47 cri

ເຮືອບິນອາຍພົ່ນ ARJ21 ທີ່ຈີນພັດທະນາແລະຜະລິດເອງລຳທີ 3 ທີ່ກຸ່ມບໍລິສັດໃຫ້ເຊົ່າເຮືອບິນຈີນຫຸ້ນສ່ວນຈຳກັດ ຫຼື CALC ມອບໃຫ້ບໍລິສັດການບິນ TransNusa ອິນໂດເນເຊຍ ໄດ້ເດີນທາງເຖິງນະຄອນຫຼວງຈາກາຕາໃນຍາມຄ້າຍຄ່ຳວັນທີ 31 ພຶດສະພາຜ່ານມາ. ນີ້ເປັນການຊຳລະຂ້າມຊາດດ້ວຍເງິນຢວນເປັນຄັ້ງທຳອິດສຳລັບການສົ່ງອອກເຮືອບິນທີ່ຈີນພັດທະນາແລະຜະລິດເອງ.

ບໍລິສັດ CALC ແນະນຳໃຫ້ຮູ້ວ່າ: ເຮືອບິນລຳດັ່ງກ່າວແມ່ນມອບໃຫ້ບໍລິສັດການບິນ TransNusa ດ້ວຍການສົ່ງອອກໃນຮູບແບບໃຫ້ເຊົ່າ. ໃນໂຄງການດັ່ງກ່າວ, ບໍລິສັດ CALC ໄດ້ຊຳລະດ້ວຍເງິນຢວນໝົດໃນການຊື້ເຮືອບິນ ແລະ ການໃຫ້ເຊົ່າເຮືອບິນ, ສ່ວນການຊຳລະຄ່າເຊົ່າແມ່ນໃຫ້ສະຖາບັນການເງິນພາຍໃນ ແລະ ຕ່າງປະເທດຊຳລະບັນຊີຂ້າມຊາດ.

ເດືອນເມສາປີ 2023 ຜ່ານມາ, ເຮືອບິນ ARJ21 ໄດ້ຖືກຈັດເຂົ້າໃນກອງເຮືອບິນຂອງບໍລິສັດການບິນ TransNusa ອິນໂດເນເຊຍ ແລະ ເລີ່ມໃຫ້ບໍລິການການບິນທາງທຸຸລະກິດຢ່າງເປັນທາງການ. ມາຮອດປັດຈຸບັນ, ເຮືອບິນ ARJ21 ໄດ້ດຳເນີນງານເປັນຢ່າງດີຢູ່ອິນໂດເນເຊຍມາເປັນເວລາໜຶ່ງປີແລ້ວ ໂດຍບໍ່ໄດ້ເກີດອຸບັດເຫດແຕ່ປະການໃດ ເຊິ່ງເປັນສະຖິຕິທີ່ດີ.