ຮອດທ້າຍປີ 2023, ເສັ້ນບິນຖ້ຽວບິນປະຈຳຂອງຈີນມີເຖິງ 5.206 ເສັ້ນ

2024-06-02 10:52:28 cri

ເມື່ອບໍ່ດົນມານີ້, ອົງການການບິນພົນລະເຮືອນຂອງຈີນໄດ້ອອກ “ຖະແຫຼງການ ສະຖິຕິການພັດທະນາຂອງຂະແໜງການການບິນພົນລະເຮືອນ 2023” ໂດຍສະແດງໃຫ້ເຫັນວ່າ: ໃນປີ 2023, ການບິນພົນລະເຮືອນຂອງຈີນໄດ້ສຳເລັດການຂົນສົ່ງຜູ້ໂດຍສານ 619.576.400 ເທື່ອຄົນ, ເພີ່ມຂຶ້ນ 146,1% ເມື່ອທຽບໃສ່ປີ 2022. ເສັ້ນບິນຖ້ຽວບິນປະຈຳຂອງຈີນມີເຖິງ 5.206 ເສັ້ນ, ຖ້ຽວບິນສາກົນທີ່ບິນປະຈຳຂອງຈີນໄດ້ບິນສູ່ 57 ປະເທດ.

ຖະແຫຼງການສະບັບດັ່ງກ່າວຍັງລະບຸວ່າ: ຮອດທ້າຍປີ 2023, ຈີນມີບໍລິສັດການບິນຂົນສົ່ງລວມທັງໝົດມີ 66 ແຫ່ງ, ເສັ້ນບິນຖ້ຽວບິນປະຈຳມີ 5.206 ເສັ້ນ, ຕົວເມືອງທີ່ມີຖ້ຽວບິນທີ່ບິນປະຈຳມີ 255 ຕົວເມືອງ (ບໍ່ລວມທັງຮົງກົງ, ມາກາວ ແລະ ໄຕ້ຫວັນ), ຖ້ຽວບິນສາກົນທີ່ບິນປະຈຳຂອງບໍລິສັດການບິນຂອງຈີນສາມາດບິນສູ່ 127 ຕົວເມືອງຂອງ 57 ປະເທດ.