ຍານສຳຫຼວດດວງຈັນ “ສາງເອີ 6” ລົງຈອດຢູ່ພື້ນຜິວດວງຈັນເບື້ອງທີ່ໂລກເບິ່ງບໍ່ເຫັນຢ່າງສຳເລັດຜົນ

2024-06-02 10:04:37 cri


ອົງການການບິນອະວະກາດແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ເວລາ 6 ໂມງ 23 ນາທີຂອງວັນທີ 2 ມິຖຸນານີ້, ຍານສຳຫຼວດດວງຈັນ “ສາງເອີ 6” ໄດ້ລົງຈອດຢູ່ຂົ້ວໃຕ້-ອ່າງອັດເກນ ເບື້ອງທີ່ໂລກເບິ່ງບໍ່ເຫັນຂອງດວງຈັນຢ່າງສຳເລັດຜົນ ພາຍໃຕ້ການສະໜັບສະໜູນຂອງດາວທຽມຮັບສົ່ງສັນຍານ “ເຊ້ສຽວ 2”.

ຍານສຳຫຼວດດວງຈັນ “ສາງເອີ 6” ຈະເກັບຕົວຢ່າງຢູ່ເບື້ອງທີ່ໂລກເບິ່ງບໍ່ເຫັນຂອງດວງຈັນ ເຊິ່ງຈະເກັບຕົວຢ່າງດິນ ແລະ ກ້ອນຫີນດວງຈັນ ດ້ວຍສອງວິທີ ຄື ການຊີເຈາະເອົາຕົວຢ່າງ ແລະ ການໃຊ້ແຂນກົນເກັບເອົາຕົວຢ່າງຢູ່ພື້ນຜິວ; ຈະເກັບເອົາຕົວຢ່າງແບບອັດຕະໂນມັດທີ່ເກັບຢູ່ຫຼາຍຈຸດ ແລະ ເກັບເອົາຫຼາຍຊະນິດ. ພ້ອມກັນນັ້ນ, ຍັງຈະດຳເນີນການສຳຫຼວດ ແລະ ວິເຄາະເຂດລົງຈອດຢູ່ເບື້ອງທີ່ໂລກບໍ່ເຫັນຂອງດວງຈັນ, ການວິເຄາະສ່ວນປະກອບຂອງດິນດວງຈັນ ແລະ ການຄົ້ນຄວ້າວິທະຍາສາດຕ່າງໆ ເພື່ອລົງເລິກການຄົ້ນຄວ້າກ່ຽວກັບສາເຫດທີ່ກໍ່ຕົວເປັນດວງຈັນ ແລະ ປະຫວັດສາດວິວັດທະນາການຂອງດວງຈັນ.