ຜູ້ໃດກ້າແບ່ງແຍກໄຕ້ຫວັນອອກຈາກຈີນ ໃນທີ່ສຸດກໍຈະຕົວແຫຼກ ແລະ ພັງພິນາດຢ່າງແນ່ນອນ

2024-06-02 11:10:59 cri

ວັນທີ 2 ມິຖຸນານີ້, ທ່ານຕົງຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນໄດ້ກ່າວຄຳປາໄສຢູ່ໃນກອງປະຊຸມສົນທະນາຊາງຣີລາທີ່ປິ່ນອ້ອມຫົວຂໍ້ “ທັດສະນະຄວາມໝັ້ນຄົງທົ່ວໂລກຂອງຈີນ” ໂດຍກ່າວວ່າ: ຜູ້ໃດກ້າແບ່ງແຍກໄຕ້ຫວັນອອກຈາກຈີນ, ຜູ້ນັ້ນກໍຈະຕົວແຫຼກ ແລະ ພັງພິນາດຢ່າງແນ່ນອນໃນທີ່ສຸດ.

ທ່ານຕົງຈຸ່ນກ່າວເນັ້ນໜັກວ່າ: ການແກ້ໄຂບັນຫາໄຕ້ຫວັນຕາມກົດໝາຍເປັນວຽກງານພາຍໃນຂອງຈີນ, ອິດທິກຳລັງພາຍນອກບໍ່ມີສິດເຂົ້າມາແຊກແຊງ. ຈີນສຸມກຳລັງເຂົ້າໃນການທ້ອນໂຮມປະເທດຊາດໃຫ້ເປັນເອກະພາບໂດຍສັນຕິຢ່າງສະເໝີຕົ້ນສະເໝີປາຍ, ແຕ່ຄວາມພະຍາຍາມນີ້ກຳລັງໄດ້ຮັບການທຳລາຍຈາກອິດທິກຳລັງແບ່ງແຍກໄຕ້ຫວັນອອກເປັນເອກະລາດ ແລະ ອິດທິກຳລັງຈາກພາຍນອກ.

ທ່ານຕົງຈຸ່ນຊີ້ອອກວ່າ: ກອງທັບປົດປ່ອຍປະຊາຊົນຈີນເປັນກ້ອນກຳລັງທີ່ເຂັ້ມແຂງໃນການປົກປ້ອງຄວາມເປັນເອກະພາບຂອງປະເທດຊາດ, ບໍ່ມີສິ່ງໃດຈະສະກັດກກັ້ນໄດ້. ກອງທັບປົດປ່ອຍປະຊາຊົນຈີນຈະປະຕິບັດການເຄື່ອນໄຫວທີ່ເຂັ້ມແຂງ ແລະ ມີປະສິດທິຜົນ, ປາມປາບອິດທີກຳລັງການແບ່ງແຍກໄຕ້ຫວັນອອກເປັນເອກະລາດ, ຮັບປະກັນໃຫ້ກົນອຸບາຍຂອງມັນບໍ່ມີວັນຈະປະສົບຜົນສຳເລັດໄດ້. ຜູ້ໃດກ້າແບ່ງແຍກໄຕ້ຫວັນອອກຈາກຈີນ, ຜູ້ນັ້ນກໍຈະຕົວແຫຼກ ແລະ ພັງພິນາດຢ່າງແນ່ນອນໃນທີ່ສຸດ