ດັດຊະນີການພັດທະນາຂະແໜງການຈໍລະຈອນສິນຄ້າຂອງຈີນໃນເດືອນພຶດສະພາປີ2024ສືບຕໍ່ຢູ່ໃນຂອບເຂດຂະຫຍາຍຕົວ

2024-06-03 12:17:11 cri



ວັນທີ3ມິຖຸນານີ້, ສະຫະພັນການຈໍລະຈອນສິນຄ້າແລະການຈັດຊື້ຂອງຈີນໄດ້ເຜີຍແຜ່ດັດຊະນີການພັດທະນາຂະແໜງການຈໍລະຈອນສິນຄ້າຂອງຈີນໃນເດືອນພຶດສະພາປີ2024 ໂດຍສະແດງໃຫ້ເຫັນວ່າ: ດັດຊະນີເດືອນພຶດສະພາໄດ້ຫຼຸດຕ່ຳລົງໜ້ອຍໜຶ່ງເມື່ອທຽບໃສ່ເດືອນເມສາປີນີ້, ແຕ່ວ່າຍັງຮັກສາຢູ່ໃນຂອບເຂດຂະຫຍາຍຕົວໂດຍລວມ, ຢູ່ໃນບາງຂົງເຂດຍັງມີທ່າອ່ຽງຂະຫຍາຍຕົວຢ່າງຊັດເຈນ.



ດັດຊະນີການພັດທະນາຂະແໜງການຈໍລະຈອນສິນຄ້າຂອງຈີນໃນເດືອນພຶດສະພາປີ2024ຢູ່ໃນລະດັບ51,8%, ເຊິ່ງໄດ້ຫຼຸດລົງ0,6%ເມື່ອທຽບໃສ່ເດືອນເມສາປີນີ້, ສືບຕໍ່ຢູ່ໃນຂອບເຂດຂະຫຍາຍຕົວ. ເມື່ອເບິ່ງຈາກຂົງເຂດຕ່າງໆແລ້ວເຫັນວ່າ: ຄວາມຕ້ອງການດ້ານການຈໍລະຈອນສິນຄ້າບໍລິໂພກໄດ້ເພີ່ມຂຶ້ນຢ່າງຊັດເຈນ, ເຊິ່ງເປັນປັດໄຈຊຸກຍູ້ໃຫ້ທຸລະກິດການຈໍລະຈອນສິນຄ້າທີ່ກ່ຽວຂ້ອງສືບຕໍ່ພັດທະນາຢ່າງຟົດຟື້ນ. ດັດຊະນີຍອດປະລິມານທຸລະກິດການສົ່ງສິນຄ້າດ່ວນທາງໄປສະນີໃນເດືອນພຶດສະພາປີ 2024 ຢູ່ໃນລະດັບ 70,3%, ເພີ່ມຂຶ້ນ 1%ເມື່ອທຽບໃສ່ເດືອນເມສາປີນີ້, ດັດຊະນີຍອດປະລິມານທຸລະກິດການຂົນສົ່ງທາງບົກຢູ່ໃນລະດັບ 52,5%,  ເພີ່ມຂຶ້ນ0,2%ເມື່ອທຽບໃສ່ເດືອນເມສາປີນີ້.