ການແຂ່ງຂັນຊ່ວງເຮືອສາກົນຈີນ-ອາຊຽນໂອເພິ່ນຈັດຂຶ້ນຢູ່ເມືອງເຖີງຊ້ຽນກວາງຊີຈີນ

2024-06-03 17:11:28 cri


ວັນທີ 2 ມິຖຸນານີ້, ເນື່ອງໃນໂອກາດທີ່ບຸນຕ່ວນອູຕາມຮີດຄອງປະເພນີຂອງຈີນໃກ້ຈະວຽນມາເຖິງ, ການແຂ່ງຂັນຊ່ວງເຮືອສາກົນຈີນ-ອາຊຽນໂອເພິ່ນ 2024 ຮອບຊີງຊະນະເລີດໄດ້ຈັດຂຶ້ນຢູ່ແມ່ນ້ຳສຸນຈ່ຽງເມືອງເຖີງຊ້ຽນນະຄອນອູໂຈ່ວເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ໂດຍມີນັກກິລາຈາກແຫ່ງຕ່າງໆຂອງຈີນແລະປະເທດອາຊີອາຄະເນເຂົ້າຮ່ວມ. ການແຂ່ງຂັນຄັ້ງນີ້ໄດ້ແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມເປີດກວ້າງແລະກຸ່ມມວນຊົນທົ່ວໄປທີ່ປະກອບດ້ວຍ 22 ສີພາຍ, ໂດຍຈະຊວງເສັງກັນຢູ່ເທິງໜ້ານ້ຳທີ່ມີຄວາມຍາວ 200 ແລະ 500 ແມັດ. ສ່ວນກຸ່ມເປີດກວ້າງປະກອບມີ 12 ທີມເຂົ້າຮ່ວມ, ລວມທັງທີມຊາດຈາກ 4 ປະເທດສະມາຊິກອາຊຽນ ຄື: ທີມຟິລິບປິນ, ໄທ, ມະເລເຊຍ ແລະ ອິນໂດເນເຊຍ.