ກອງປະຊຸມໃຫຍ່ອົງການອະນາໄມໂລກຄັ້ງທີ 77 ປິດດລົງດ້ວຍຜົນສຳເລັດຫຼາຍດ້ານ

2024-06-03 17:12:23 cri


ວັນທີ 1 ມິຖຸນານີ້, ກອງປະຊຸມໃຫຍ່ອົງການອະນາໄມໂລກຄັ້ງທີ 77 ທີ່ຈັດຂຶ້ນຢູ່ນະຄອນເຊີແນວ ປະເທດສະວິດສໄດ້ປິດລົງ ເຊິ່ງກອງປະຊຸມຄັ້ງນີ້ໄດ້ບັນລຸມະຕິຫຼາຍສະບັບ. ໃນນັ້ນ, ການດັດແກ້ “ຂໍ້ກຳນົດສາທາລະນະສຸກສາກົນ” ແມ່ນໜຶ່ງໃນມະຕິສຳຄັນເຫຼົ່ານີ້. ໂດຍຜ່ານການເຈລະຈາເປັນເວລາ 2 ປີ, ປະເທດຕ່າງໆໄດ້ຮັບຮອງຜ່ານແຜນການດັດແກ້ຕ່າງໆທີ່ມີເປົ້າໝາຍເພື່ອເພີ່ມທະວີຄວາມສາມາດຂອງໂລກໃນການປ້ອງກັນ, ຕິດຕາມວັດແທກແລະຮັບມືກັບເຫດການສຸກເສີນດ້ານສາທາລະນະສຸກ ເຊິ່ງລວມທັງພະຍາດຕິດແປດ.

ກອງປະຊຸມຍັງໄດ້ຮັບຮອງຜ່ານມະຕິກ່ຽວກັບຄວາມດື້ຢາຂອງຢາປະຕິຊີວະນະ, ການປ່ຽນແປງຂອງດິນຟ້າອາກາດແລະສຸຂະພາບ, ການປ້ອງກັນແລະຄວບຄຸມການຕິດເຊື້ອ, ສຸຂະພາບຂອງແມ່ມານ, ເດັກເກີດໃໝ່ແລະເດັກນ້ອຍ. ປະເທດສະມາຊິກໄດ້ຮັບຮອງແຜນການວຽກງານລວມຄັ້ງທີ 14 ຂອງອົງການອະນາໄມໂລກ, ແຜນການນີ້ຈະເປັນຍຸດທະສາດສາທາລະນະສຸກທົ່ວໂລກລະຫວ່າງປີ 2025-2028 ຂອງອົງການອະນາໄມໂລກ.