ນາຍົກລັດຖະມົນຕີຮົງກາລີ ກ່າວວ່າ: ຕ້ອງສະກັດກັ້ນບໍ່ໃຫ້ເອີຣົບ “ແລ່ນໄປສູ່ສົງຄາມ”

2024-06-03 15:01:05 cri

ວັນທີ 1 ມິຖຸນານີ້, ທ່ານວິກເຕີ ໂອບັນ ນາຍົກລັດຖະມົນຕີຮົງກາລີກ່າວວ່າ: ປັດຈຸບັນ, ເອີຣົບປຽບເໝືອນລົດໄຟຂະບວນໜຶ່ງທີ່ມີ “ຄົນບ້າຜູ້ຂັບ”, ແລະກຳລັງແລ່ນໄປສູ່ສົງຄາມ, ຕ້ອງສະກັດກັ້ນທ່າອ່ຽງດັ່ງກ່າວ. ທ່ານກ່າວວ່າ: ເອີຣົບພວມກະກຽມເພື່ອສົງຄາມ, ໄດ້ເປິກສາຫາລືຢ່າງບໍ່ຢຸດຢັ້ງກ່ຽວກັບການສະໜອງເງິນທຶນຈຳນວນຫຼວງຫຼາຍໃຫ້ແກ່ອູແກຣນ, ຈັດວາງອາວຸດນິວເຄລຍຢູ່ພາກກາງຂອງເອີຣົບ ແລະ ຮຽກໃຫ້ຊາວໜຸ່ມເຂົ້າເປັນທະຫານຂອງຕ່າງປະເທດ ແລະ ອື່ນໆ.

ການເລືອກຕັ້ງສະພາເອີຣົບຈະຈັດຂຶ້ນໃນວັນທີ 9 ມິຖຸນານີ້. ກ່ອນໜ້ານີ້, ທ່ານໂອບັນເຄີຍກ່າວວ່າ, ການເລືອກຕັ້ງເທື່ອນີ້ມີ “ຄວາມໝາຍປະຫວັດສາດ”, “ອາດຈະຖືກເຫັນວ່າເປັນການເລືອກຕັ້ງທີ່ສາມາດຕົກລົງໃຫ້ເອີຣົບເລືອກເອົາສັນຕິພາບ ຫຼື ສົງຄາມ.”