ທ່ານສີຈິ້ນຜິງສົ່ງສານຊົມເຊີຍສະຖາບັນວິສະວະກຳຈີນສ້າງຕັ້ງຂຶ້ນຄົບຮອບ 30 ປີ

2024-06-03 20:47:07 cri


ເນື່ອງໃນໂອກາດສະຖາບັນວິສະວະກຳຈີນສ້າງຕັ້ງຂຶ້ນຄົບຮອບ 30 ປີ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ຕາງໜ້າສູນກາງພັກ, ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈຕໍ່ບັນດາບັນດິດສະຖາບັນວິສະວະກຳທຸກຖ້ວນໜ້າ ແລະ ຜູ້ເຮັດວຽກວິທະຍາສາດ-ເຕັກນິກວິສະວະກຳທັງຫຼາຍ.

ເນື້ອໃນສານຊົມເຊີນຂອງທ່ານສີຈິ້ນຜິງ ລະບຸວ່າ: ຕະຫຼອດໄລຍະ 30 ປີຜ່ານມາ, ພາຍໃຕ້ການນຳພາຢ່າງເຂັ້ມແຂງຂອງພັກ, ສະຖາບັນວິສະວະກຳຈີນໄດ້ເຕົ້າໂຮມຄວາມສາມັກຄີຂອງບັນດິດຂອງສະຖາບັນວິສະວະກຳ ແລະ ຜູ້ເຮັດວຽກວິທະຍາສາດ-ເຕັກນິກວິສະວະກຳທັງຫຼາຍ, ອອກແຮງຊຸກຍູ້ການພັດທະນາວິທະຍາສາດ-ເຕັກນິກວິສະວະກຳ, ຜ່ານຜ່າຄວາມຫຍຸ້ງຍາກດ້ານວິທະຍະສາດເຕັກນິກຢ່າງບໍ່ຢຸດຢັ້ງ, ໄດ້ປະກອບສ່ວນອັນສຳຄັນໃຫ້ແກ່ການຊຸກຍູ້ການປະດິດສ້າງໃໝ່ ແລະ ຄວາມກ້າວໜ້າດ້ານວິທະຍາສາດ-ເຕັກນິກວິສະວະກຳຂອງຈີນ, ແລະຊຸກຍູ້ເສດຖະກິດສັງຄົມພັດທະນາດ້ວຍຄຸນນະພາບສູງ.

ທ່ານສີຈິ້ນຜິງ ເນັ້ນໜັກວ່າ: ຫວັງໃຫ້ສະຖາບັນວິສະວະກຳຈີນຢືນຢູ່ຈຸດເລີ່ມຕົ້ນໃໝ່, ເສີມຂະຫຍາຍບົດບາດເປັນກຳລັງວິທະຍາສາດເຕັກນິກດ້ານຍຸດທະສາດຂອງຊາດ, ເສີມຂະຫຍາຍຈິດໃຈນັກວິທະຍາສາດ, ນຳພາການປະດິດສ້າງໃໝ່ດ້ານວິທະຍາສາດ-ເຕັກນິກວິສະວະກຳ, ເລັ່ງລັດໃຫ້ໄດ້ຮັບຄວາມຄືບໜ້າດ້ານເຕັກນິກແກນກາງ, ເພີ່ມທະວີພາລະບົດບາດເປັນຄັງປັນຍາລະດັບສູງຂອງຊາດ, ສ້າງປະກອບສ່ວນອັນໃໝ່ໃຫຍ່ຫຼວງກວ່າເກົ່າເພື່ອບັນລຸການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານວິທະຍາສາດເຕັກນິກລະດັບສູງ, ສ້າງສາປະເທດເຂັ້ມແຂງດ້ານວິທະຍາສາດເຕັກນິກຂອງໂລກ.