ຈີນປົກປັກຮັກສາສັນຕິພາບແລະຄວາມໝັ້ນຄົງຂອງໂລກດ້ວຍການກະທຳຕົວຈິງ

2024-06-03 12:19:52 cri

ກອງປະຊຸມສົນທະນາແຊັງກຣິລາຄັ້ງທີ21ທີ່ຈັດຂຶ້ນຢູ່ສິງກະໂປໄດ້ປິດລົງໃນວັນທີ2ມິຖຸນານີ້. ພາຍຫຼັງກອງປະຊຸມສຳເລັດລົງແລ້ວ, ຄະນະຊ່ຽວຊານຈີນທີ່ເຂົ້າຮ່ວມກອງປະຊຸມໄດ້ໃຫ້ສຳພາດຕໍ່ສື່ມວນຊົນຈີນແລະຕ່າງປະເທດໂດຍຢືນຢັນວ່າ: ຈີນໄດ້ປົກປັກຮັກສາສັນຕິພາບຂອງໂລກດ້ວຍການກະທຳຕົວຈິງ ແລະໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສະໜອງຜະລິດຕະພັນຄວາມໝັ້ນຄົງສາທາລະນະຫຼາຍກວ່າເກົ່າໃຫ້ແກ່ປະຊາຄົມໂລກ.



ທ່ານຈ່າງສື ຮອງສາສະດາຈານວິທະຍາໄລຄວາມໝັ້ນຄົງແຫ່ງຊາດຂອງມະຫາວິທະຍາໄລປ້ອງກັນປະເທດຈີນກ່າວວ່າ: ຈີນຈະສະໜອງຜະລິດຕະພັນຄວາມໝັ້ນຄົງສາທາລະນະໃຫ້ທົ່ວໂລກຫຼາຍຂຶ້ນຕື່ມອີກ ເຊິ່ງລວມທັງຈີນຈະຈັດຕັ້ງປະຕິບັດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກຢ່າງໜັກແໜ້ນ, ຊຸກຍູ້ຄວາມປອງດອງກັນລະວຫ່າງອາຣັບບີຊາອຸດິດແລະອີຣານ, ຊຸກຍູ້ການແກ້ໄຂວິກິດການອູແກຣນແລະການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນດ້ວຍສັນຕິວິທີ. ໃນຕໍ່ໜ້າ, ຈີນຍັງຈະສືບຕໍ່ຮ່ວມມືກັບປະເທດໃນພາກພື້ນອາຊີປາຊີຟິກແລະບັນດາຝ່າຍທີ່ກ່ຽວຂ້ອງໃນທົ່ວໂລກເພື່ອຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກ.