ອິດສະຣາແອນເຫັນດີສັນຍາຢຸດຍິງກັນສະບັບໃໝ່, ແຕ່ຈະບໍ່ປ່ຽນແປງເປົ້າໝາຍການທະຫານ

2024-06-03 14:59:41 cri

ວັນທີ 2 ມິຖຸນານີ້, ທ່ານໂອເຟຍ ຟອກ ຫົວໜ້າທີ່ເປິກສານະໂຍບາຍການຕ່າງປະເທດຂອງທ່ານເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນກ່າວວ່າ: ອິດສະຣາແອນໄດ້ຮັບເອົາສັນຍາໃໝ່ທີ່ ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາປະກາດໃນກ່ອນໜ້ານີ້ເພື່ອບັນລຸການຢຸດຍິງກັນຖາວອນຢູ່ເຂດກາຊາ ແລະ ເຮັດໃຫ້ຕົວປະກັນອິດສະຣາແອນຖືກປ່ອຍຕົວ, ແຕ່ທ່ານເຫັນວ່າສັນຍາໃໝ່ມີຂໍ້ບົກພ່ອງ, ຕ້ອງການແກ້ໄຂຫຼາຍກວ່າເກົ່າ.

ວັນທີ 31 ພຶດສະພາແລ້ວນີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາກ່າວວ່າ: ອິດສະຣາແອນໄດ້ສະເໜີ “ຂໍ້ສະເໜີຮອບດ້ານໃໝ່” ສະບັບໜຶ່ງ, ເພື່ອສະໜອງແຜນທີ່ເສັ້ນທາງບັນລຸການຢຸດຍິງກັນຖາວອນຢູ່ເຂດກາຊາ ແລະ ເຮັດໃຫ້ຕົວປະກັນອິດສະຣາແອນຖືກປ່ອຍຕົວ.

ພາຍຫຼັງທ່ານໄບເດັນ ປະກາດສັນຍາຢຸດຍິງກັນສະບັບໃໝ່ແລ້ວ, ກຸ່ມຮາມັສ ກ່າວວ່າ: ຈະປະຕິບັດຕໍ່ຂໍ້ສະເໜີທີ່ກ່ຽວຂ້ອງໄປໃນແງ່ດີ. ແຕ່ວ່າ, ທ່ານເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນກ່າວວ່າ: ກ່ອນຄວາມສາມາດດ້ານການທະຫານ ແລະ ການບໍລິຫານຂອງກຸ່ມຮາມັສຈະຖືກທຳລາຍ, ເຂດກາຊາຈະບໍ່ມີການຢຸດຍິງກັນຢ່າງຖາວອນ.