ຈີນເລັ່ງທວງໃຫ້ສ ເກົາຫຼີຕ້ອງລະມັດລະວັງດ້ານການກະທຳແລະຄຳເວົ້າໃນບັນຫາໄຕ້ຫວັນແລະບັນຫາທະເລຈີນໃຕ້

2024-06-04 12:28:49 cri

   ວັນທີ3ມິຖຸນານີ້, ແນໃສ່ກໍລະນີທີ່ສ ເກົາຫຼີແລະອາເມຣິກາກ່າວຖ້ອຍຄຳອັນຜິດພາດກ່ຽວກັບບັນຫາໄຕ້ຫວັນແລະບັນຫາທະເລຈີນໃຕ້ຢ່າງຕໍ່ເນື່ອງໃນເມື່ອມໍ່ໆມານີ້, ໂຄສົກສະຖານທູດຈີນປະຈຳສ ເກົາຫຼີໄດ້ສະແດງຄວາມບໍ່ພໍໃຈທີ່ສຸດແລະຄັດຄ້ານຢ່າງເດັດດ່ຽວຕໍ່ຖ້ອຍຄຳອັນຜິດພາດດັ່ງກ່າວແລະໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ສ ເກົາຫຼີແລ້ວ.

   ໂຄສົກທ່ານນີ້ກ່າວຢືນຢັນວ່າ ໄຕ້ຫວັນເປັນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກຜືນແຜ່ນດິນຂອງຈີນໄດ້, ບັນຫາໄຕ້ຫວັນເປັນວຽກງານພາຍໃນຂອງຈີນທັງໝົດ, ເດັດຂາດບໍ່ອະນຸຍາດໃຫ້ອິດທິກຳລັງພາຍນອກໃດໆແຊກແຊງ. ຈີນມີອະທິປະໄຕຢູ່ເໜືອເກາະດອນຕ່າງໆຂອງທະເລຈີນໃຕ້ໂດຍບໍ່ສາມາດໂຕ້ຖ້ຽງໄດ້, ແລະມີສິດອະທິປະໄຕແລະສິດຄຸ້ມຄອງຢູ່ເຂດທະເລທີ່ກ່ຽວຂ້ອງ ເຊິ່ງມີຫຼັກອ້າງອີງທາງປະຫວັດສາດແລະທາງກົດໝາຍຢ່າງເຕັມສ່ວນ, ສອດຄ່ອງກັບກົດໝາຍສາກົນແລະການກະທຳຕົວຈິງສາກົນທີ່ກ່ຽວຂ້ອງ.

   ສ ເກົາຫຼີ ບໍ່ເອົາຫົວຊາຕໍ່ການຄັດຄ້ານຢ່າງເດັດດ່ຽວຂອງຈີນ ໂດຍຮ່ວມກັບອາເມຣິກາແລະຍີ່ປຸ່ນຕຳນິວິຈານບັນຫາໄຕ້ຫວັນແລະບັນຫາທະເລຈີນໃຕ້ເທື່ອແລ້ວເທື່ອເຫຼົ່າ. ການກະທຳແບບນີ້ບໍ່ສອດຄ່ອງກັບຈິດໃຈສາຍພົວພັນຄູ່ຮ່ວມມືຍຸດທະສາດຈີນ-ສເກົາຫຼີ, ທັງບໍ່ມີຜົນດີຕໍ່ການຂະຫຍາຍຕົວຂອງສາຍພົວພັນຈີນ-ສເກົາຫຼີ. ຈີນເລັ່ງທວງໃຫ້ສ ເກົາຫຼີຕ້ອງລະມັດລະວັງດ້ານການກະທຳແລະຄຳເວົ້າໃນບັນຫາໄຕ້ຫວັນແລະບັນຫາທະເລຈີນໃຕ້, ໃຊ້ການກະທຳຕົວຈິງເພື່ອປົກປັກຮັກສາສະພາບລວມຂອງສາຍພົວພັນຈີນ-ສເກົາຫຼີ.