ຈີນບົ່ມເພາະແນວພັນຜັກກາດນ້ຳມັນທີ່ທົນທານຕໍ່ດິນເຄັມ, ຄວາມໜາວແລະຄວາມແຫ້ງແລ້ງຢ່າງມີຜົນສຳເລັດອັນໃຫຍ່ຫຼວງ

2024-06-04 14:46:23 cri


ຫວ່າງມໍ່ໆມານີ້, ແນວພັນໃໝ່ຜັກກາດນ້ຳມັນ “ຈົ່ງໂຢ 351” ທີ່ບົ່ມເພາະໂດຍສະຖາບັນວິທະຍາສາດກະສິກຳຈີນໄດ້ຮັບຜົນເກັບກ່ຽວຢ່າງສົມບູນເປັນຄັ້ງທຳອິດຢູ່ດິນເຄັມທີ່ນະຄອນຕົ່ງຢີງແຂວງຊ່ານຕົ່ງຂອງຈີນ, ແກ່ນຜັກທີ່ເກັບກ່ຽວດ້ວຍເຄື່ອງຈັກໄດ້ບັນລຸເຖິງປະມານ 3 ໂຕນ 700 ກິໂລຕໍ່ເຮັກຕາ.

ຕາມຂ່າວໃຫ້ຮູ້ວ່າ: ແນວພັນໃໝ່ຜັກກາດນ້ຳມັນ “ຈົ່ງໂຢ 351” ໄດ້ຜ່ານການທົດລອງປູກຢູ່ດິນເຄັມຫຼາຍບ່ອນຂອງແຂວງເຫີເປີຍແລະແຂວງຊ່ານຕົ່ງມາໄດ້ຫຼາຍປີ, ມີຜົນຜະລິດຫຼາຍກວ່າຜັກກາດນ້ຳມັນປະເພດຜັກກາດຂາວຢູ່ທ້ອງຖິ່ນ 40% ຂຶ້ນໄປ, ປະລິມານການຜະລິດນ້ຳມັນເພີ່ມຂຶ້ນຫຼາຍກວ່າ 50% ເຊິ່ງມີຄວາມໝາຍສຳຄັນຫຼາຍຕໍ່ການຊຸກຍູ້ການປັບປຸງຟື້ນຟູລະບົບນິເວດຢູ່ດິນເຄັມ, ຊຸກຍູ້ການພັດທະນາເສດຖະກິດໝູນວຽນຢູ່ດິນເຄັມຕາມທິດສີຂຽວ ແລະ ຮັບປະກັນຄວາມໝັ້ນຄົງດ້ານການສະໜອງນ້ຳມັນຄົວກິນຂອງຈີນ.