
ວັນທີ 3 ມິຖຸນານີ້, ລັດຖະມົນຕີການຕ່າງປະເທດຂອງ 5 ປະເທດ ຄື: ສະຫະລັດອາຣັບເອມີເຣດ, ອາຣັບບີຊາອຸດິດ, ກາຕາ, ຊັອກດານີ ແລະ ເອຢິບ ໄດ້ຈັດກອງປະຊຸມເພື່ອເປິກສາຫາລືບັນຫາເຂດກາຊາ.
ກະຊວງການຕ່າງປະເທດສະຫະລັດອາຣັບເອມີເຣດໄດ້ອອກຖະແຫຼງການວ່າ: ກອງປະຊຸມຄັ້ງນີ້ໄດ້ເປິກສາຫາລືບັນຫາກ່ຽວກັບການຢຸດຍິງຖາວອນຢູ່ເຂດກາຊາແລະຄວາມຄືບໜ້າຂອງການເຈລະຈາສັນຍາການແລກປ່ຽນຕົວປະກັນ. ບັນດາລັດຖະມົນຕີໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຕອບຮັບຂໍ້ສະເໜີທີ່ກ່ຽວຂ້ອງຢ່າງຕັ້ງໜ້າ ໂດຍມີເປົ້າໝາຍເພື່ອບັນລຸການຢຸດຍິງຖາວອນ, ໃຫ້ການຊ່ວຍເຫຼືອເຂົ້າໄປເຖິງເຂດກາຊາຢ່າງພຽງພໍ ແລະ ສິ້ນສຸດຄວາມຫຍຸ້ງຍາກລຳບາກຂອງປະຊາຊົນຢູ່ເຂດກາຊາ.
ຖະແຫຼງການຍັງລະບຸວ່າ: ກອງທັບອິດສະຣາແອນຄວນຖອນທະຫານອອກຈາກເຂດກາຊາຢ່າງຮອບດ້ານ, ຕ້ອງເລີ່ມຂະບວນການສ້າງສາເຂດກາຊາຄືນໃໝ່ພາຍໃຕ້ຂອບແຜນການຮອບດ້ານ, ຈັດຕັ້ງປະຕິບັດ “ແຜນການສອງປະເທດ” ໂດຍອີງຕາມມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ.