ໃນ 5 ເດືອນຕົ້ນປີນີ້, ມີຜູ້ເສຍຊີວິດ ແລະ ບາດເຈັບ 30 ຄົນຢູ່ກຳປູເຈຍຍ້ອນເກີດອຸບັດເຫດລະເບີດແຕກ

2024-06-04 16:12:00 cri


ສື່ມວນຊົນກຳປູເຈຍລາຍງານວ່າ: ໃນ 5 ເດືອນຕົ້ນປີນີ້, ຈຳນວນຜູ້ເສຍຊີວິດ ແລະ ບາດເຈັບຍ້ອນລະເບີດແຕກຂອງກຳປູເຈຍໄດ້ມີເຖິງ 30 ຄົນ, ໃນນັ້ນ, ມີຜູ້ເສຍຊີວິດ 8 ຄົນ, ບາດເຈັບ 18 ຄົນ ແລະ 4 ຄົນເປັນພິການ.

ຂ່າວແຈ້ງວ່າ: ອຸບັດເຫດລະເບີດແຕກສ່ວນຫຼາຍແມ່ນເກີດຂຶ້ນຍ້ອນປະຊາຊົນຫຼິ້ນລູກລະເບີດ, ໄດ້ກວມເຖິງ 64%, ນອກນັ້ນ, ການເຮັດໄຮ່ເຮັດນາ, ການເຮັດວຽກຢູ່ສະຖານທີ່ກໍ່ສ້າງ, ການດັງໄຟ ແລະ ສາເຫດອື່ນໆກໍເປັນສາເຫດທີ່ພາໃຫ້ເກີດອຸບັດເຫດລະເບີດແຕກ. ຕົວເລກສະຖິຕິຂອງອົງການເກັບກູ້ລະເບີດກຳປູເຈຍສະແດງໃຫ້ເຫັນວ່າ: ເລີ່ມແຕ່ປີ 1979 ຫາເດືອນພຶດສະພາປີນີ້, ກຳປູເຈຍມີຜູ້ປະສົບເຄາະຮ້າຍຍ້ອນລະເບີດບໍ່ທັນແຕກທີ່ຕົກຄ້າງມາແຕ່ສະໄໝສົງຄາມຫຼາຍກວ່າ 65.000 ຄົນ.