ໜ່ວຍຊ່ຽວຊານແພດທະຫານຈີນຊຸດທີ 11 ເພື່ອຊ່ວຍເຫຼືອລາວໄດ້ເດີນທາງເຖິງນະຄອນຫຼວງວຽງຈັນແລ້ວ

2024-06-04 16:14:14 cri


ວັນທີ 2 ມິຖຸນານີ້, ໜ່ວຍຊ່ຽວຊານແພດຊຸດທີ 11 ຈາກກອງທັບປົດປ່ອຍປະຊາຊົນຈີນທີ່ມາຊ່ວຍເຫຼືອລາວໄດ້ເດີນທາງເຖິງນະຄອນຫຼວງວຽງຈັນເພື່ອເລີ່ມດຳເນີນການຊ່ວຍເຫຼືອດ້ານການແພດເປັນເວລາ 6 ເດືອນ.

ໜ່ວຍແພດຊ່ຽວຊານທີ່ຊ່ວຍເຫຼືອລາວໃນຄັ້ງນີ້ປະກອບມີ 9 ທ່ານເຊິ່ງມາຈາກໂຮງໝໍທີ 1 ຂອງມະຫາວິທະຍາໄລແພດສາດກອງທັບອາກາດຈີນ, ກວມເອົາພະແນກຕ່າງໆເຊັ່ນ: ພະແນກພາຍໃນລະບົບຍ່ອຍອາຫານ, ພະແນກພາຍໃນເສັ້ນເລືອດຫົວໃຈ, ພະແນກກະດູກ, ພະແນກພາຍນອກລະບົບປະສາດ, ພະແນກຫູດັງຄໍ, ພະແນກລະບົບຂັບຖ່າຍພາຍໃນ ແລະ ພະແນກພາຍນອກບາດແຜຈາກໄຟໄໝ້ ແລະ ອື່ນໆ. ມີປະສົບການທີ່ອຸດົມສົມບູນໃນການປິ່ນປົວທາງການແພດ ແລະ ປະສົບການໃນການສິດສອນ.

ທ່ານສາດສະດາຈານ ເຢີນກຸ້ຍ ຫົວໜ້າໜ່ວຍຊ່ຽວຊານການແພດຊຸດທີ 11 ເພື່ອຊ່ວຍເຫຼືອລາວກ່າວວ່າ: ຊ່ຽວຊານການແພດເພື່ອຊ່ວຍເຫຼືອລາວຈະຍຶດໝັ້ນ ແລະ ເສີມຂະຫຍາຍນ້ຳໃຈຂອງໜ່ວຍແພດຊ່ຽວຊານຈີນເພື່ອຊ່ວຍເຫຼືອຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ, ນຳໃຊ້ເຕັກນິກນິກວິຊາການແພດທີ່ຊຳນິຊຳນານຢ່າງເຕັມທີ່ເພື່ອສະໜອງການບໍລິການດ້ານການແພດທີ່ມີຄຸນນະພາບໃຫ້ແກ່ທະຫານ ແລະ ປະຊາຊົນລາວ, ແລະຊ່ວຍເຫຼືອໃນການຝຶກອົບຮົມບຸກຄະລາກອນການແພດທີ່ຫຼາຍກວ່າເກົ່າໃຫ້ແກ່ລາວ, ພະຍາຍາມຢ່າງບໍ່ລົດລະເຂົ້າໃນການຍົກສູງລະດັບການປິ່ນປົວ ແລະ ຄຸນນະພາບການບໍລິການຂອງພະນັກງານການແພດຂອງກອງທັບປະຊາຊົນລາວ.