ຍານສຳຫຼວດດວງຈັນ “ສາງເອີ6” ສຳເລັດພາລະກິດເກັບຕົວຢ່າງຢູ່ພື້ນຜິວດວງຈັນ

2024-06-04 12:27:40 cri



   ອີງຕາມແຫຼ່ງຂ່າວຈາກອົງການການບິນອະວະກາດແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ເວລາ 7 ໂມງ 38 ນາທີຂອງວັນທີ4ມິຖຸນານີ້ ຕາມເວລາປັກກິ່ງ, ຍານເຄື່ອນທີ່ຂອງຍານສຳຫຼວດດວງຈັນ “ສາງເອີ6” ໄດ້ເກັບເອົາຕົວຢ່າງຢູ່ພື້ນຜິວຈຸດໄກທີ່ສຸດຂອງດວງຈັນ, ພາຍຫຼັງຫົວຈັກ3000Nເຮັດວຽກປະມານ6ນາທີແລ້ວ ໄດ້ຂັບເຄື່ອນໃຫ້ຍານກັບເຂົ້າສູ່ວົງໂຄຈອນອ້ອມດວງຈັນຕາມທີ່ກຳນົດໄວ້ລ່ວງໜ້າ.



   ພາຍຫຼັງສຳເລັດການເກັບຕົວຢ່າງຢູ່ພື້ນຜິວດວງຈັນແລ້ວ, ທຸງຊາດຈີນທີ່ຕັ້ງໄວ້ຢູ່ ຍານລົງຈອດຂອງຍານສຳຫຼວດດວງຈັນ “ສາງເອີ6”ໄດ້ພືອອກຢ່າງສຳເລັດຜົນຢູ່ຈຸດໄກທີ່ສຸດຂອງດວງຈັນ.

   ໃນໄລຍະຕໍ່ໄປ, ຍານເຄື່ອນທີ່ຂອງຍານສຳຫຼວດດວງຈັນ“ສາງເອີ6”ຈະເຊື່ອມຈອດເຂົ້າກັບຕົວປະກອບຍານວົງໂຄຈອນແລະຍານກັບຄືນສູ່ໂລກທີ່ລໍຖ້າຢູ່ວົງໂຄຈອນອ້ອມດວງຈັນ ແລະຍ້າຍເອົາຕົວຢ່າງພື້ນຜິວດວງຈັນເຂົ້າສູ່ຍານກັບຄືນສູ່ໂລກ, ສ່ວນຕົວປະກອບຍານວົງໂຄຈອນແລະຍານກັບຄືນສູ່ໂລກຈະໂຄຈອນອ້ອມດວງຈັນ ແນໃສ່ລໍຖ້າໂອກາດອັນເໝາະສົມເພື່ອກັບຄືນສູ່ໜ່ວຍໂລກ.