ຈີນຖະແຫຼງວ່າ: ກ່ຽວກັບບັນຫາຫີນໂສໂຄກເຢິນອ້າຍ ຟີລິບປິນເປັນຝ່າຍລ່ວງລ້ຳແລະທ້າທາຍເກາະຜິດຢ່າງບໍ່ຢຸດຢັ້ງທັງເປັນຝ່າຍເຮັດໃຫ້ຄວາມຂັດແຍ້ງຮຸນແຮງຂຶ້ນ

2024-06-04 21:50:48 CRI



 ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ4ມິຖຸນານີ້, ທ່ານນາງ ເໝົານິງ ໂຄສົກກະຊວງກາມນຕ່າງປະເທດຈີນໄດ້ໃຫ້ທັດສະນະກ່ຽວກັບສະຖານະການຢູ່ຫີນໂສໂຄກເຢິນອ້າຍໂດຍກ່າວຢືນຢັນວ່າ: ຈີນໄດ້ຊີ້ແຈງຫຼັກໝັ້ນຂອງຕົນມາຫຼາຍເທື່ອແລ້ວ, ສິ່ງທີ່ຂ້າພະເຈົ້າຢາກເນັ້ນໜັກກ່ຽວກັບບັນຫາຫີນໂສໂຄກເຢິນອ້າຍກໍຄື:  ຟີລິບປິນເປັນຝ່າຍລ່ວງລ້ຳແລະທ້າທາຍເກາະຜິດຢ່າງບໍ່ຢຸດຢັ້ງທັງເປັນຝ່າຍເຮັດໃຫ້ຄວາມຂັດແຍ້ງຮຸນແຮງຂຶ້ນ, ຈີນຮຽກຮ້ອງໃຫ້ຟີລິບປິນຢ່າປະຖິ້ມຄຳໝັ້ນສັນຍາຂອງຕົນ, ຢ່າກໍ່ເລື່ອງອີກ.