ນັບແຕ່ຕົ້ນປີນີ້ມາເສັ້ນທາງລົດໄຟຈີນ-ລາວໄດ້ແລ່ນລົດໂດຍສານຫຼາຍກວ່າ 10.000 ຂະບວນ

2024-06-04 15:07:40 cri


ອີງຕາມຕົວເລກສະຖິຕິຂອງກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງໃຫ້ຮູ້ວ່າ: ແຕ່ວັນທີ 1 ມັງກອນຫາວັນທີ 31 ພຶດສະພາຜ່ານມານີ້, ເສັ້ນທາງລົດໄຟຈີນ-ລາວໄດ້ແລ່ນລົດໂດຍສານລວມທັງໝົດ 10.642 ຂະບວນ, ໄດ້ຂົນສົ່ງຜູ້ໂດຍສານເຖິງ 8.723.000 ເທື່ອຄົນ, ເພີ່ມຂຶ້ນ 17,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ໂດຍໄດ້ເພີ່ມແຮງຂັບເຄື່ອນຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາຂອງພາກພື້ນ.



ຜູ້ຮັບຜິດຊອບພະແນກຂົນສົ່ງຜູ້ໂດຍສານຂອງກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງແນະນຳໃຫ້ຮູ້ວ່າ: ຂະບວນລົດໄຟໂດຍສານຕາມເສັ້ນທາງລົດໄຟຈີນ-ລາວມີຈຸດພິເສດຄືລາຄາຖືກ, ວ່ອງໄວແລະສະດວກສະບາຍ ຈຶ່ງໄດ້ກາຍເປັນທາງເລືອກຕົ້ນຕໍຂອງປະຊາຊົນທັງຫຼາຍທີ່ຢູ່ລຽບຕາມເສັ້ນທາງລົດໄຟເພື່ອໄປທ່ອງທ່ຽວ, ສຶກສາຮ່ຳຮຽນ, ເຮັດທຸລະກິດແລະແລກປ່ຽນທາງດ້ານວັດທະນະທຳ ເຊິ່ງໄດ້ເສີມຂະຫຍາຍບົດບາດອັນສຳຄັນເຂົ້າໃນການຊຸກຍູ້ການແລກປ່ຽນດ້ານວັດທະນະທຳແລະການສ້າງຄວາມຈະເລີນຮຸ່ງເຮືອງດ້ານເສດຖະກິດຢູ່ພາກພື້ນ.