ຟິລິບປິນຍາກທີ່ຈະແບກຫາບຜົນຢ້ອນຫຼັງ ແລະ ຄ່າທົດແທນທີ່ທຳລາຍການພົວພັນກັບຈີນຢ່າງສິ້ນເຊີງ

2024-06-05 17:06:04 CRI


ຫວ່າງບໍ່ດົນມານີ້, ກອງປະຊຸມສົນທະນາຊາງກຣີລາ 2024 ໄດ້ຈັດຂຶ້ນຢູ່ສິງກະໂປ, ໃນງານລ້ຽງອາຫານຄ່ຳຫຼັງພິທີເປີດງານ, ທ່ານເຟດີນັນ ມາຄອສ ປະທານາທິບໍດີຟິລິບປິນໄດ້ກ່າວຄຳປາໄສໂດຍກ່າວເນັ້ນໜັກວ່າ, ອາເມຣິກາແມ່ນ “ມີຄວາມສຳຄັນຢ່າງສູງຕໍ່ສັນຕິພາບຂອງພາກພື້ນອາຊີຕາເວັນອອກສຽງໃຕ້”, ຟິລິບປິນ ແລະ ປະເທດອື່ນໆໃນພາກພື້ນອາຊີຕາເວັນອອກສຽງໃຕ້ ມີ “ວິໄສທັດ” ຕໍ່ “ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ” ຢູ່ທະເລຈີນໃຕ້, ແຕ່ “ວິໄສທັດ” ນີ້ຄືຊິຍັງຄົງເປັນ “ຄວາມຈິງທີ່ຍາວໄກ”, ເນື້ອໃນປາໄສຂອງທ່ານເຟດີນັນ ມາຄອສຍັງລວມທັງອັນທີ່ເອີ້ນວ່າ “ລະບຽບໂລກບົນພື້ນຖານກະຕິກາ”, ຮັກສາຖານະແກນກາງຂອງອາຊຽນ, ຮຽກຮ້ອງໃຫ້ຈີນ ແລະ ອາເມຣິກາແຂ່ງຂັນກັນຢ່າງມີສະຕິ ແລະ ອື່ນໆ, ຍ້ອນໃນຄຳປາໄສດັ່ງກ່າວໄດ້ກ່າວເຖິງອາເມຣິກາຫຼາຍເທື່ອ ຈຶ່ງພາໃຫ້ເກີດມີຄວາມສົນໃຈຢ່າງຫຼວງຫຼາຍ.



ໃນ 1 ປີຜ່ານມາ, ອາເມຣິກາສົ່ງກຳລັງທະຫານເຂົ້າໄປໃນຟິລິບປິນເພີ່ມຂຶ້ນຢ່າງຫຼວງຫຼາຍ: ໂດຍອີງໃສ່ “ສັນຍາ ວ່າດ້ວຍການເພີ່ມທະວີການຮ່ວມມືດ້ານການປ້ອງກັນປະເທດລະຫວ່າງອາເມຣິກາ-ຟິລິບປິນ”,ອາເມຣິກາໄດ້ຮັບສິດນຳໃຊ້ຖານທັບ 9 ແຫ່ງຂອງຟິລິບປິນ, ກອງທະຫານອາເມຣິກາສາມາດຜັດປ່ຽນກັນເຂົ້າໄປປະຈຳການຢູ່ຖານທັບເຫຼົ່ານີ້, ພ້ອມທັງສະສົມອຸປະກອນເຄື່ອງໃຊ້ ແລະອາວຸດຍຸດໂທປະກອນ. ໃນທ້າຍເດືອນເມສາປີນີ້, ອາເມຣິກາ ແລະ ຟິລິບປິນຍັງໄດ້ຈັດການຊ້ອມຮົບຮ່ວມ “ຄຽງບ່າຄຽງໄຫຼ່ 2024”, ເພື່ອເພີ່ມທະວີສາຍພົວພັນທາງການທະຫານລະຫວ່າງສອງຝ່າຍ. ສິ່ງທີ່ໜ້າສົນໃຈກໍຄື, ອາເມຣິກາໄດ້ຖືການຊ້ອມຮົບຮ່ວມເປັນຂໍ້ອ້າງ, ຕິດຕັ້ງລະບົບລູກສອນໄຟນຳວິຖີໄລຍະກາງຢູ່ຟິລິບປິນ. ນີ້ເປັນຄັ້ງທຳອິດທີ່ອາເມຣິກາຕິດຕັ້ງລູດສອນໄຟນຳວິຖີໄລຍະກາງຢູ່ຕ່າງປະເທດ ແລະ ພາກພື້ນອາຊີປາຊີຟິກຕັ້ງແຕ່ສົງຄາມເຢັນສິ້ນສຸດລົງເປັນຕົ້ນມາ, ກໍແມ່ນຄັ້ງທຳອິດທີ່ອາເມຣິກາຈັດວາງອາວຸດປະເພດນີ້ຫຼັງຈາກຖອນອອກຈາກ “ ສັນຍາວ່າດ້ວຍການທຳລາຍລູກສອນໄຟນຳວິຖີໄລຍະກາງ ແລະ ໄລຍະສັ້ນລະຫວ່າງສະຫະພາບໂຊວຽດ ແລະ ອາເມຣິກາ” ເມື່ອປີ 2019 ເປັນຕົ້ນມາ. ການກະທຳຕ່າງໆຂອງອາເມຣິກາ ແລະ ຟິລິບປິນໄດ້ສ້າງໄພຂົ່ມຂູ່ທີ່ແທ້ຈິງຕໍ່ຄວາມໝັ້ນຄົງຂອງພາກພື້ນ.



ໃນຄວາມເປັນຈິງແລ້ວ, ທາດແທ້ຂອງອັນທີ່ເອີ້ນວ່າ “ສັນຍາປ້ອງກັນຮ່ວມກັນລະຫວ່າງອາເມຣິກາ ແລະ ຟິລິບປິນ” ທີ່ຟິລິບປິນເນັ້ນໜັກເນັ້ນໜານັ້ນແມ່ນມີຈຸດປະສົງທີ່ຢາກປົກປ້ອງຜືນແຜ່ນດິນຂອງຟິລິບປິນ, ແຕ່ໃນນັ້ນບໍ່ລວມທັງທະເລຈີນໃຕ້. ອາເມຣິກາກ່າວຕະຫຼອດມາວ່າ ຈະສະໜອງການຊ່ວຍເຫຼືອດ້ານການປ້ອງກັນປະເທດໃກ້ກັບຟິລິບປິນ, ໃນຄວາມເປັນຈິງແລ້ວພຽງແຕ່ໃຫ້ທ້າຍຟິລິບປິນເທົ່ານັ້ນ, ແຕ່ຈະບໍ່ມີການກະທຳທີ່ແທ້ຈິງໃດໆ. ຍ້ອນທ່າທີຂອງອາເມຣິກາເຫຼົ່ານີ້, ຟິລິບປິນກໍກະທຳແບບໝາຈິ້ງຈອກອາໄສລິດເດດຂອງເສືອແລ້ວມາທ້າທາຍເກາະຜິດຕໍ່ຈີນຕາມລຳພັງໃຈ. ຈາກການປະທະກັນລະຫວ່າງຣັດເຊຍ ແລະ ອູແກຣນສາມາດເຫັນໄດ້ວ່າ, ອາເມຣິກາບໍ່ຢາກແບກຫາບພັນທະຫຼາຍກວ່າເກົ່າ, ພຽງແຕ່ຢາກຊົມໃຊ້ຜົນປະໂຫຍດຫຼາຍກວ່າເກົ່າເທົ່ານັ້ນ. ອາເມຣິກາຈະບໍ່ຍອມຮັບປໍລະປັກກັນດ້ານການທະຫານກັບຈີນ ເພື່ອຄວາມໝັ້ນຄົງແຫ່ງຊາດຂອງຟິລິບປິນ, ເພາະວ່າ ນີ້ບໍ່ສອດຄ່ອງກັບຜົນປະໂຫຍດຂອງອາເມຣິກາ. ອາເມຣິກາພຽງແຕ່ຢາກໃຫ້ຟິລິບປິນກາຍເປັນລູກມືຂອງຕົນ, ຮັບໃຊ້ຜົນປະໂຫຍດໃນພາກພື້ນ, ຄວາມເປັນເຈົ້າອຳນາດຢູ່ພາກພື້ນ ແລະ ຄວາມເປັນເຈົ້າອຳນາດໃນທົ່ວໂລກຂອງອາເມຣິກາ.


ໃນໄລຍະ 6 ປີ ຂອງການກຳອຳນາດຂອງລັດຖະບານຟິລິບປິນຊຸດຜ່ານມາ, ຢູ່ທະເລຈີນໃຕ້ ໂດຍສະເພາະແມ່ນເກາະດອນ ແລະ ເຂດທະເລທີ່ມີຄວາມຂັດແຍ້ງກັນລະຫວ່າງຟິລິບປິນ ແລະ ຈີນໄດ້ຮັກສາຄວາມໝັ້ນທ່ຽງໂດຍລວມ. ແຕ່ຫຼັງຈາກລັດຖະບານຟິລິບປິນຊຸດນີ້ຂຶ້ນກຳອຳນາດແລ້ວ, ລັດຖະບານຟິລິບປິນພັດມາອ້າງອີງຕາມການສະໜັບສະໜູນຂອງອາເມຣິກາ, ບໍ່ພຽງແຕ່ທ້າທາຍເກາະຜິດ ແລະ ລ່ວງລ້ຳສິດອະທິປະໄຕຂອງຈີນເທື່ອແລ້ວເທື່ອອີກ ໂດຍອາໄສກຳປັ່ນຮົບທີ່ຕັ້ງໃຈເຂົ້າໄປຄ້າງຢູ່ຫາດຕື້ນເຢີນອ້າຍຢ່າງຜິດກົດໝາຍ, ຍັງມີຄວາມຊຳນານໃນການກະທຳແບບ “ໂຈນຮ້ອງຈັບໂຈນ” ແລະໃສ່ຮ້າຍປ້າຍສີ, ແຖມຍັງມີທ່ວງທ່າທີ່ນັບມື້ນັບຮ້າຍແຮງຂຶ້ນ.


ການແກ້ໄຂຄວາມຂັດແຍ້ງຢູ່ທະເລຈີນໃຕ້ ແລະ ການປົກປັກຮັກສາສັນຕິພາບຢູ່ທະເລຈີນໃຕ້ຍັງຕ້ອງອາໄສປະເທດອ້ອມຂ້າງທະເລຈີນໃຕ້ ແລະ ອາຊຽນ, ແຕ່ບໍ່ແມ່ນອາໄສປະເທດຢູ່ນອກພາກພື້ນ. ຈີນ ແລະ ປະເທດສະມາຊິກອາຊຽນພວມຊຸກຍູ້ການສ້າງ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້ ຫຼື COC” ເພື່ອເປັນມາດຕະການສຳຄັນໃນການຈັດຕັ້ງປະຕິບັດຖະແຫຼງການຮ່ວມແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ ຫຼື DOC, ປັດຈຸບັນນີ້ ການເປິກສາຫາລືກ່ຽວກັບCOC ໄດ້ມີຄວາມຄືບໜ້າທີ່ດີ, ໄດ້ສຳເລັດການພິຈາລະນາວາລະທີ 2, ແລະເລີ່ມການພິຈາລະນາວາລະທີ 3ແລ້ວ. ຝ່າຍຕ່າງໆຍັງໄດ້ຮັບຮອງທິດຊີ້ນຳກ່ຽວກັບໃຫ້ເລັ່ງລັດສຳເລັດການສ້າງCOC. ໃນຖານະເປັນປະເທດສະມາຊິກອາຊຽນ, ຟິລິບປິນຊ້ຳພັດເອົາຕົວອອກຫ່າງອາຊຽນເລື້ອຍໆ, ລະເມີດ DOC, ສ້າງກຸ່ມກ້ອນ “ອາເມຣິກາ-ຟິລິບປິນ-ຍີ່ປຸ່ນ-ອົດສະຕຣາລີ” ເພື່ອເພີ່ມທະວີກຸ່ມພັນທະມິດການທະຫານອາເມຣິກາ-ຟິລິບປິນ. ສາມາດເວົ້າໄດ້ວ່າ, ເຫດການຄວາມຈິງຕ່າງໆໄດ້ສະແດງໃຫ້ເຫັນວ່າ, ຟິລິບປິນບໍ່ແມ່ນຢາກປົກປ້ອງຖານະແກນກາງຂອງອາຊຽນຢ່າງແທ້ຈິງ, ແຕ່ແມ່ນເຮັດເພື່ອຮັດແໜ້ນພັນທະມິດການທະຫານອາເມຣິກາ-ຟິລິບປິນ; ລັດຖະບານມາຄອສເຮັດຕາມລຳພັງແຕ່ຝ່າຍດຽວ, ໄດ້ກ້າວໄປຕາມທິດທາງອັນຜິດພາດທີ່ນັບມື້ນັບໄກໄປໜ້າ.


ສຳລັບການທ້າທາຍເກາະຜິດເທື່ອແລ້ວເທື່ອອີກຂອງຟິລິບປິນ, ຝ່າຍຈີນໄດ້ຮັກສາຄວາມອົດກັ້ນ ແລະ ຄວາມໃຈເຢັນໃນລະດັບສູງ. ເຖິງວ່າຈີນຮັກຫອມສັນຕິພາບ, ແຕ່ໃນບັນຫາກ່ຽວກັບຜືນແຜ່ນດິນ ແລະ ອະທິປະໄຕຂອງຕົນ, ບໍ່ອາດຈະລົດລາວາສອກໄດ້ແມ່ນແຕ່ໜ້ອຍດຽວ. ຖ້າວ່າ ລັດຖະບານມາຄອສຍັງຊູຊີປະພຶດຕາມລຳພັງໃຈແຕ່ຝ່າຍດຽວ, ຍອມເປັນລູກນ້ອງຊັ້ນຈຳຂອງອາເມຣິກາ, ສ້າງກຸ່ມກ້ອນເພື່ອປະພຶດຕາມລຳພັງຢູ່ທະເລຈີນໃຕ້, ຈີນກໍຈະບໍ່ປ່ອຍປະລະເລີຍໃຫ້ເຮັດແບບນັ້ນຢ່າງເດັດຂາດ, ຟິລິບປິນກໍຍາກທີ່ຈະແບກຫາບຜົນຢ້ອນຫຼັງ ແລະ ຄ່າທົດແທນທີ່ທຳລາຍສາຍພົວພັນກັບຈີນຢ່າງສິ້ນເຊີງ.