ປະຊາຊົນເສຍຊີວິດ 1 ຄົນ ແລະ ບາດເຈັບ 114 ຄົນຢູ່ແຂວງຊາວາຕາເວັນຕົກອິນໂດເນເຊຍຍ້ອນບໍລິໂພກອາຫານເປັນພິດ

2024-06-05 15:56:55 cri

ວັນທີ 4 ມິຖຸນານີ້, ຫົວໜ້າຫ້ອງການສາທາລະນະສຸກເມືອງໂບກໍແຂວງຊາວາຕາເວັນຕົກຂອງອິນໂດເນເຊຍແຈ້ງໃຫ້ຮູ້ວ່າ: ຕອນຄ່ຳວັນທີ 2 ມິຖຸນານີ້, ເຂດດັ່ງກ່າວໄດ້ເກີດເຫດອາຫານເປັນພິດ. ຕາມຂ່າວແຈ້ງວ່າ, ມີ 114 ຄົນໄດ້ກິນອາຫານເປັນພິດ, ປັດຈຸບັນມີຜູ້ເສຍຊີວິດ 1 ຄົນ. ຫ້ອງການສາທາລະນະສຸກພວມສືບສວນສາເຫດດັ່ງກ່າວຢູ່.