ຄຳສັບສຳຄັນຂອງຈີນກ່ຽວກັບການພັດທະນາຕາມທິດສີຂຽວ

2024-06-05 16:03:08 cri

ວັນທີ 5 ມິຖຸນາແມ່ນວັນສິ່ງແວດລ້ອມໂລກ. ໜ່ວຍໂລກ ທີ່ເປັນບ້ານເມືອງຮ່ວມຂອງມວນມະນຸດ ພວມປະສົບກັບໄພຂົ່ມຂູ່ທີ່ມາຈາກໄພພິບັດດ້ານສິ່ງແວດລ້ອມຕ່າງໆທີ່ມະນຸດສ້າງຂຶ້ນ. ມີແຕ່ອະນຸລັກສິ່ງແວດລ້ອມເທົ່ານັ້ນຈິ່ງຈະສາດມາດປົກປ້ອງບ້ານເມືອງຮ່ວມຂອງພວກເຮົາໄດ້, ສິ່ງນີ້ໄດ້ກາຍເປັນຄວາມເຫັນທີ່ເປັນເອກະພາບກັນຂອງມວນມະນຸດ.

ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະໜີແນວຄິດການພັດທະນາຕາມທິດສີຂຽວ ເຊິ່ງແນວຄິດນີ້ໄດ້ກາຍເປັນເນື້ອໃນແກນກາງຂອງແນວຄິດເສດຖະກິດແລະແນວຄິດຄວາມສີວິໄລດ້ານນິເວດຂອງເພິ່ນ ພ້ອມທັງແມ່ນຫຼັການສຳຄັນແລະພື້ນຖານທິດສະດີຂອງຈີນໃນຍຸກໃໝ່ເພື່ອສ້າງສະພາບການພັດທະນາແບບໃໝ່.

ນັບແຕ່ບູຮານນະການເປັນຕົ້ນມາ, ຄົນຈີນໄດ້ສົ່ງເສີມແລະເຄົາລົບນັບຖືແນວຄິດທີ່ “ຄົນກັບທຳມະຊາດເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ” “ເຄົາລົບກົດແກນທຳມະຊາດ” ແລະ “ຊີວະນານາພັນເຕີບໃຫຍ່ຂະຫຍາຍຕົວຮ່ວມກັນຢ່າງກົມກຽວ” ເຊິ່ງໄດ້ກາຍເປັນທັດສະນະນິເວດທີ່ຄົນກັບທະມະຊາດຢູ່ຮ່ວມກັນຢ່າງກົມກຽວຂອງຈີນມາແຕ່ບູຮານນະການ. ໂດຍອາໄສທັດສະນະແລະສະຕິປັນຍາດ້ານນິເວດແບບນີ້, ອະລິຍະທຳຈີນຈິ່ງໄດ້ກາຍເປັນຮູບແບບອະລິຍະທຳພຽງໜຶ່ງດຽວທີ່ບໍ່ເຄີຍຂາດສະບັ້ນໃນໄລຍະ 5.000 ກວ່າປີຜ່ານມານີ້.

ທ່ານສີຈິ້ນຜິງໄດ້ເອົາແນວຄິດແລະສະຕິປັນຍາຂອງບັນພະບຸລຸດຈີນທີ່ເຄົາລົບນັບຖືທຳມະຊາດແລະໄປຕາມກົດເກນທຳມະຊາດ ກັບ ສະພາບຕົວຈິງຂອງປະເທດຈີນໃນປັດຈຸບັນ ປະສົມປະສານເຂົ້າກັນ ໂດຍໄດ້ກາຍເປັນ “ແນວຄິດສີຈິ້ນຜິງກ່ຽວກັບຄວາມສີວິໄລດ້ານນິເວດ”.

ຈຸດສຳຄັນໃນການສ້າງຄວາມສີວິໄລດ້ານນິເວດທີ່ສະເໜີໂດຍທ່ານສີຈິ້ນຜິງແມ່ນ “ການພັດທະນາຕາມທິດສີຂຽວ”, ເມື່ອອະທິບາຍຕາມຄວາມເວົ້າຂອງເພິ່ນແລ້ວກໍແມ່ນ: “ຕ້ອງແກ້ໄຂການພົວພັນລະຫວ່າງການພັດທະນາເສດຖະກິດກັບການອະນຸລັກສິ່ງແວດລ້ອມນິເວດຢ່າງຖືກຕ້ອງ, ປູກຈິດສຳນຶກທີ່ອະນຸລັກສິ່ງແວດລ້ອມນິເວດແມ່ນປົກປັກຮັກສາກຳລັງການຜະລິດ, ການປັບປຸງສິ່ງແວດລ້ອມນິເວດແມ່ນພັດທະນາກຳລັງການຜະລິດ. ບໍ່ໃຫ້ປະຖິ້ມສິ່ງແວດລ້ອມເພື່ອສະແຫວງຫາການເຕີບໂຕດ້ານເສດຖະກິດຊົ່ວຄາວຢ່າງເດັດຂາດ.”

ຄັນຊັ້ນ, ຄວນເຮັດແນວໃດຈິ່ງຈະສາມາດບັນລຸການພັດທະນາຕາມທິດສີຂຽວທີ່ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວໄດ້? ທ່ານສີຈິ້ນຜິງໄດ້ຊີ້ແຈງວ່າ: “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ຄື: ພາຍໃຕ້ເງື່ອນໄຂເບື້ອງຕົ້ນທີ່ບໍ່ທຳລາຍຄວາມຍືນຍົງຂອງລະບົບນິເວດ, ໃຫ້ລະບົບນິເວດສະໜອງຜະລິດຕະພັນເພື່ອຮັບໃຊ້ມະນຸດ, ສິ່ງນີ້ແມ່ນໝາຍຄວາມວ່າ: ຕ້ອງອະນຸລັກສິ່ງແວດລ້ອມໄປຄຽງຄູ່ກັບການພັດທະນາເສດຖະກິດ.

ຄວາມຈິງໄດ້ພິສູດໃຫ້ເຫັນແລ້ວວ່າ: ແນວຄິດການພັດທະນາຕາມທິດສີຂຽວຂອງທ່ານສີຈິ້ນຜິງພ້ອມດ້ວຍພຶດຕິກຳຕົວຈິງທີ່ປະຕິບັດຢູ່ຈີນ ແມ່ນເປັນການຮັບຜິດຊອບຕໍ່ປະເທດຈີນເອງ, ກໍຄືຮັບຜິດຊອບຕໍ່ໂລກ, ທັງເປັນວິທີການຮັບມືກັບບັນຫາແລະສິ່ງທ້າທາຍທີ່ປະເທດຕ່າງໆໄດ້ປະເຊີນໃນຂະບວນການຫັນເປັນທັນສະໄໝ.