ເຈົ້າໜ້າທີ່ອົງການ ສປຊ ກ່າວປະນາມເຫດການໃຊ້ຄວາມຮຸນແຮງທີ່ເກີດຂຶ້ນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ

2024-06-05 11:44:59 cri


ວັນທີ 4 ມິຖຸນານີ້, ທ່ານໂວນເກີ ເຕິກ ຂ້າຫຼວງໃຫຍ່ວຽກງານສິດທິມະນຸດອົງການສະຫະປະຊາຊາດໄດ້ຮຽກຮ້ອງອີກຄັ້ງໜຶ່ງໃຫ້ສິ້ນສຸດເຫດການໃຊ້ຄວາມຮຸນແຮງເຖິງແກ່ຊີວິດທີ່ຮ້າຍແຮງຂຶ້ນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ພ້ອມທັງເຕືອນໃຫ້ທວງຫາຄວາມຮັບຜິດຊອບຂອງກອງທັບປ້ອງກັນຄວາມໝັ້ນຄົງອິດສະຣາແອນແລະ ຜູ້ຕັ້ງຖິ່ນຖານທີ່ສັງຫານຊາວປາແລັດສະຕິນ 500 ກວ່າຄົນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ.

ທ່ານໂວນເກີ ເຕິກ ກ່າວວ່າ: ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ສະພາບການທີ່ສ້າງໂທດກຳລັກສະນະແບບນີ້ຈະບໍ່ຖືກລົງໂທດແມ່ນມີຢູ່ເລື້ອຍໆ. ກໍລະນີແບບນີ້ໄດ້ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ກອງທັບປ້ອງກັນຄວາມໝັ້ນຄົງອິດສະຣາແອນສັງຫານຄົນຢ່າງຜິດກົດໝາຍນັບມື້ນັບຫຼາຍຂຶ້ນ. ທ່ານໂວນເກີ ເຕິກ ເນັ້ນໜັກວ່າ: ກົດໝາຍສາກົນຕ້ອງໄດ້ຮັບການເຄົາລົບແລະປະຕິບັດ, ການທາວຫາຄວາມຮັບຜິດຊອບຕ້ອງໄດ້ຮັບການຮັບປະກັນ.