ສະພາແຫ່ງຊາດສະໂລເວນີປະກາດຮັບຮອງປະເທດປາແລັດສະຕິນ

2024-06-05 11:57:52 cri

ວັນທີ4ມິຖຸນານີ້, ສະພາແຫ່ງຊາດສະໂລເວນີໄດ້ປະກາດຮັບຮອງປະເທດປາແລັດສະຕິນ.

   ໃນໄລຍະຫຼາຍປີຜ່ານມາ,  ຂະບວນການສ້າງຕັ້ງປະເທດປາແລັດສະຕິນໄດ້ປະສົບອຸປະສັກຕ່າງໆ, ແຕ່ວ່າ ປາແລັດສະຕິນໃນຖານະເປັນປະເທດໜຶ່ງແມ່ນໄດ້ຖືກຮັບຮອງຢ່າງກວ້າງຂວາງແລ້ວ. ວັນທີ28ພຶດສະພາຜ່ານມານີ້, ລັດຖະບານສາມປະເທດຄື: ນັອກແວ, ແອັດສະປາຍແລະອຽກລັງ ຕ່າງກໍໄດ້ປະກາດຮັບຮອງປະເທດປາແລັດສະຕິນຢ່າງເປັນທາງການ. ນອກນີ້, ຫຼາຍປະເທດເຊັ່ນ: ບາບາໂດສ, ຈາໄມກາ, ຕຣີນີແດັດແລະໂຕບາໂກ, ບາຮາມັດສ໌ ເປັນຕົ້ນແມ່ນໄດ້ພາກັນປະກາດຮັບຮອງປະເທດປາແລັດສະຕິນໄປກ່ອນໜ້ານີ້ແລ້ວ.