ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 21 ຊຸກຍູ້ວຽກງານກະກຽມຢູ່ຫຼາຍປະເທດສະມາຊິກອາຊຽນ

2024-06-05 11:52:27 cri

ກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນໃຫ້ຮູ້ໃນວັນທີ 4 ມິຖຸນານີ້ວ່າ: ຫວ່າງມໍ່ໆມານີ້, ທ່ານເວີຍຈ່າວຮຸ່ຍ ເລຂາທິການຂອງກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນໄດ້ນຳພາຄະນະຜູ້ແທນໄປຢ້ຽມຢາມບຣູໄນ, ຟິລິບປິນ ແລະ ມຽນມາ ເພື່ອຊຸກຍູ້ວຽກງານກະກຽມງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 21, ດຳເນີນການສຳຫຼວດເສດຖະກິດການຄ້າແລະການແລກປ່ຽນ.

ທ່ານເວີຍຈ່າວຮຸ່ຍໄດ້ແນະນຳໃນກອງປະຊຸມໂຄສະນາວ່າ: ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 21 ຈະຈັດຂຶ້ນໃນລະຫວ່າງວັນທີ 24-28 ກັນຍາປີນີ້ຢູ່ນະຄອນນານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ໂດຍຈະເຊື້ອເຊີນສະຫະລັດອາຣັບເອມີເຣດ ປະເທດອາຣັບອ່າວເປີເຊຍເປັນຄູ່ຮ່ວມມືພິເສດຄັ້ງທຳອິດ, ຈະເຊື້ອເຊີນປະເທດອົງການຮ່ວມມືຊຽງໄຮທັງໝົດມາເຂົ້າຮ່ວມງານວາງສະແດງເປັນຄັ້ງທຳອິດ ແລະຈະຈັດກິດຈະກຳວິສາຫະກິດອົດສະຕລາລີຢູ່ກວາງຊີເປັນຄັ້ງທຳອິດ ເພື່ອສະໜອງໂອກາດການຄ້າຫຼາຍກວ່າເກົ່າໃຫ້ແກ່ວິສາຫະກິດ.