ທ່ານຫວາງຢີ້ກ່າວວ່າ: ປະເທດທີ່ສະໜັບສະໜູນ “ຄວາມເຫັນທີ່ເປັນເອກະພາບກັນ 6 ຂໍ້” ຍິ່ງຫຼາຍເທົ່າໃດ, ກໍຍິ່ງມີອະນາຄົດທີ່ສົດໃສໃນການບັນລຸສັນຕິພາບ

2024-06-05 11:39:51 cri

ວັນທີ 4 ມິຖຸນານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານຮາກັນ ຟິດັນ ລັດຖະມົນຕີກະຊວງການຕ່າງປະເທດຕູຣາເຄຍໄດ້ຮ່ວມກັນໃຫ້ສຳພາດຕໍ່ນັກຂ່າວຢູ່ນະຄອນຫຼວງປັກກິ່ງ. ໃນໂອກາດດັ່ງກ່າວ, ທ່ານຫວາງຢີ້ໄດ້ຊີ້ແຈງຈຸດຢືນພື້ນຖານຂອງຈີນກ່ຽວກັບການແກ້ໄຂວິກິດການຢູ່ອູແກຣນ.

ທ່ານຫວາງຢີ້ກ່າວວ່າ: ກ່ຽວກັບບັນຫາອູແກຣນ, ຈີນຍຶດໝັ້ນຈຸດຢືນທີ່ຊັກຊວນໃຫ້ມີສັນຕິພາບແລະຊຸກຍູ້ໃຫ້ເຈລະຈາກັນຢ່າງສະເໝີຕົ້ນສະເໝີປາຍ ແລະ ເດັດດ່ຽວໜຽວແໜ້ນ. ດັ່ງນັ້ນ, ໃນໄລຍະມໍ່ໆມານີ້, ຈີນກັບເບຣຊິນຈິ່ງໄດ້ຮ່ວມກັນປະກາດ  “ຄວາມເຫັນທີ່ເປັນເອກະພາບກັນ 6 ຂໍ້” ກ່ຽວກັບການຊຸກຍູ້ການແກ້ໄຂວິກິດການອູແກຣນຜ່ານທາງການເມືອງ ໂດຍໄດ້ເນັ້ນໜັກໃຫ້ເຄົາລົບ 3 ຫຼັກການເພື່ອຊ່ວຍໃຫ້ສະຖານະການຜ່ອນຄາຍລົງ ຄື: ບໍ່ຂະຫຍາຍສົງຄາມອອກໄປຕ່າງປະເທດ, ບໍ່ຍົກລະດັບສົງຄາມໃຫ້ສູງຂຶ້ນ ແລະ ຝ່າຍຕ່າງໆບໍ່ເພີ່ມນ້ຳມັນໃສ່ກອງໄຟ, ພ້ອມທັງຮຽກຮ້ອງໃຫ້ຝ່າຍຕ່າງໆຍຶດໝັ້ນການສົນທະນາແລະການເຈລະຈາ, ເພີ່ມທະວີການຊ່ວຍເຫຼືອດ້ານມະນຸດສະທຳ, ຄັດຄ້ານການນຳໃຊ້ອາວຸດນິວເຄລຍ, ຄັດຄ້ານການໂຈມຕີໂຮງໄຟຟ້ານິວ  ເຄລຍ, ປົກປັກຮັກສາຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງແລະຕ່ອງໂສ້ອຸດສາຫະກຳຂອງໂລກ ແລະອື່ນໆ.

ຈີນສະແດງຄວາມຍິນດີຕ້ອນຮັບປະເທດຫຼາຍກວ່າເກົ່າສະໜັບສະໜູນແລະເຂົ້າຮ່ວມ “ຄວາມເຫັນທີ່ເປັນເອກະພາບກັນ 6 ຂໍ້” ຢ່າງຈິງໃຈ, ພວກເຮົາຈົ່ງພ້ອມກັນຄອງຄອຍສັນຕິພາບທີ່ຈະບັນລຸຜົນເປັນຈິງໂດຍໄວ.