ວິສາຫະກິດການຄ້າເອເລັກໂຕຣນິກຂ້າມຊາດຂອງຈີນເພີ່ມຂຶ້ນຫຼາຍກວ່າ 120.000 ແຫ່ງ

2024-06-05 15:59:03 cri

ອີງຕາມແຫຼ່ງຂ່າວຈາກກະຊວງການຄ້າຈີນແຈ້ງໃຫ້ຮູ້ວ່າ, ປັດຈຸບັນ, ວິສາຫະກິດການຄ້າເອເລັກໂຕຣນິກຂ້າມຊາດຂອງຈີນມີຫຼາຍກວ່າ 120.000 ແຫ່ງ, ວິສາຫະກິດການຄ້າເອເລັກໂຕຣນິກຂ້າມຂາດໄດ້ຂຶ້ນທະບຽນເຄື່ອງໝາຍການຄ້າຢູ່ຕ່າງປະເທດຫຼາຍກວ່າ 30.000 ອັນ.

ໃນໄລຍະ 5 ປີຜ່ານມາ, ມູນຄ່າການຄ້າເອເລັກໂຕຣນິກຂ້າມຊາດຂອງຈີນໄດ້ເພີ່ມຂຶ້ນຫຼາຍກວ່າ 10 ເທົ່າ, ການຄ້າເອເລັກໂຕຣນິກຂ້າມຊາດໄດ້ກາຍເປັນຈຸດເດັ່ນໃໝ່ຂອງການຄ້າຕໍ່ຕ່າງປະເທດຂອງຈີນກໍຄືຂົງເຂດເສດຖະກິດການຄ້າຂອງໂລກ.