ຈັດກິດຈະກຳມອບອຸປະກອນການສຶກສາໃຫ້ແກ່ນັກຮຽນເນື່ອງໃນໂອກາດຈີນ-ມຽນມາສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 74 ປີຢູ່ຢາງກຸ້ງມຽນມາ

2024-06-07 15:13:13 cri


ວັນທີ 6 ມິຖຸນານີ້, ກິດຈະກຳມອບອຸປະກອນການສຶກສາໃຫ້ແກ່ນັກຮຽນເນື່ອງໃນໂອກາດຈີນ-ມຽນມາສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 74 ປີ ໄດ້ຈັດຂຶ້ນຢູ່ໂຮງຮຽນມັດທະຍົມທີ 14 ເມືອງລາຍຕາຢານະຄອນຢ່າງກຸ້ງມຽນມາ, ສະຖານທູດຈີນປະຈຳມຽນມາແລະກອງທຶນພັດທະນາຊົນນະບົດຈີນໄດ້ຮ່ວມກັນມອບອຸປະກອນການສຶກສາແລະອາຫານໃຫ້ແກ່ໂຮງຮຽນ.

ທ່ານເສີນໄຫ້ ເອກອັກຄະລັດຖະທູດຈີນປະຈຳມຽນມາໄດ້ປະກອບຄຳເຫັນວ່າ: ຈີນຍິນດີຮ່ວມກັບມຽນມາ ສ້າງໂອກາດແລະເວທີຫຼາຍກວ່າເກົ່າໃຫ້ແກ່ຊາວໜຸ່ມເຍົາວະຊົນສອງປະເທດເພື່ອເພີ່ມຄວາມເຂົ້າໃຈແລະມິດຕະພາບ. ຫວັງວ່ານັກຮຽນທັງຫຼາຍຈະດຸໝັ່ນຮ່ຳຮຽນ ເພື່ອກາຍເປັນກຳລັງຫຼັກແຫຼ່ງໃນການສ້າງສາປະເທດຊາດ ພ້ອມທັງກາຍເປັນຜູ້ມີສ່ວນຮ່ວມແລະຜູ້ປະກອບສ່ວນເຂົ້າໃນການສືບທອດມິດຕະພາບຖານອ້າຍນ້ອງລະຫວ່າງຈີນ-ມຽນມາ.