5 ປະເທດໄດ້ຮັບເລືອກຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ

2024-06-07 14:43:42 cri

ວັນທີ 6 ມິຖຸນານີ້, ປະເທດສະມາຊິກຕ່າງໆຂອງອົງການສະຫະປະຊາຊາດໄດ້ປ່ອນບັດຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນິວຢອກຂອງອາເມຣິກາໂດຍເລືອກເອົາ 5 ປະເທດຄື: ດານມາກ, ເກຣັກ, ປາກິດສະຖານ, ປານາມາ ແລະ ໂຊມາລີເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດລະຫວ່າງປີ 2025-2026.

ວາລະດຳລົງຕຳແໜ່ງຂອງປະເທດສະມາຊິກບໍ່ຖາວອນແມ່ນ 2 ປີ, ໂດຍຈະຜັດປ່ຽນ 5 ປະເທດໃໝ່ຜ່ານການເລືອກຕັ້ງແຕ່ລະປີ, ເຊິ່ງຈະມາຈາກ 5 ເຂດແຄວ້ນຕ່າງກັນ, ແຕ່ບໍ່ສາມາດສືບຕໍ່ວາລະດຳລົງຕຳແໜ່ງໄດ້. ສ່ວນ 15 ປະເທດສະມາຊິກສະພາຄວາມໝັ້ນຄົງຈະຜັດປ່ຽນກັນດຳລົງຕຳແໜ່ງປະເທດປະທານໝູນວຽນ, ໄລຍະເປັນເວລາ 1 ເດືອນ.