ອະດີດນາຍົກລັດຖະມົນຕີກາເມີຣູນໄດ້ຮັບເລືອກຕັ້ງເປັນປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 79

2024-06-07 14:45:04 cri

ວັນທີ 6 ມິຖຸນານີ້, ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ເລືອກຕັ້ງທ່ານຟິເລມອນຢາງ ອະດີດນາຍົກລັດຖະມົນຕີສາທາລະນະລັດກາເມີຣູນເປັນປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 79.

ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 79 ແລ້ວ, ທ່ານຟິເລມອນ ໄດ້ກ່າວປາໄສ, ໂດຍຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງຮັກສາ ແລະ ປົກປ້ອງລັດທິຫຼາຍຝ່າຍ, ທັງໄດ້ໃຫ້ຄຳໝັ້ນສັນຍາວ່າຕົນເອງຈະເຄົາລົບປະຕິບັດຕາມຫຼັກການ ແລະ ນ້ຳໃຈລັດທິຫຼາຍຝ່າຍຢ່າງເຂັ້ມງວດໃນວາລະດຳລົງຕຳແໜ່ງຂອງຕົນ, ຮັບໃຊ້ປະເທດສະມາຊິກອົງການສະຫະປະຊາຊາດ ແລະ ຄູ່ຮ່ວມມືອື່ນໆຢ່າງສຸດໃຈ. ທ່ານຟິເລມອນ ຈະຂຶ້ນຮັບຕຳແໜ່ງເປັນປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 79 ໃນເດືອນກັນຍາປີນີ້, ເຊິ່ງຈະມີວາລະດຳລົງຕຳແໜ່ງເປັນເວລາ 1 ປີ.