CMGຈັດພິທີນຳສະເໜີລາຍການພິເສດບຸນຕ່ວນອູ2024ຢູ່ນະຄອນຫຼວງປັກກິ່ງ

2024-06-07 12:24:40 cri



ວັນທີ6ມິຖຸນານີ້,  ວິທະຍຸໂທລະພາບສູນກາງຈີນຫຼືCMGໄດ້ຈັດພິທີນຳສະເໜີລາຍການພິເສດບຸນຕ່ວນອູ(ຫຼືບຸນຊ່ວງເຮືອມັງກອນ)ຢູ່ນະຄອນຫຼວງປັກກິ່ງໂດຍລົງເລິກນຳສະເໜີເນື້ອໃຈຈຸດສຸມແລະຈຸດເດັ່ນແຫ່ງການປະດິດສ້າງຂອງລາຍການ “ພາຍເພື່ອປະເທດຊາດ: ສຽງເພງກ້ອງທາລາໃສ ສັນລະເສີນບຸນຕ່ວນອູ2024”.



ລາຍການພິເສດບຸນຕ່ວນອູຄັ້ງນີ້ມີຫົວຂໍ້ຫຼັກວ່າ “ພາຍເພື່ອປະເທດຊາດ”,ໂດຍນຳໃຊ້ຫຼາຍຮູບການເຊັ່ນ: ການຟ້ອນແລະຮ້ອງເພງທີ່ມີຫົວຄິດປະດິດສ້າງ, ລາຍການງີ້ວ, ດົນຕີພື້ນເມືອງ, ລະຄອນດົນຕີ, ວິດີໂອສັ້ນກ່ຽວກັບເລື່ອງລາວບຸກຄົນແລະອື່ນໆ ເພື່ອປະສົມປະສານເຂົ້າກັບພາບທິວທັດແຫ່ງພູຜາແລະແມ່ນ້ຳທີ່ສວຍສົດງົດງາມ, ສະພາບບັນຍາກາດດ້ານວັດທະນະທຳສັງຄົມ ແລະການສະແດງສິລະປະວັນນະຄະດີຢ່າງມີຫົວຄິດປະດິດສ້າງ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງມົນສະເໜ່ທີ່ມີເອກະລັກພິເສດຂອງວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມ.