ຈີນບໍ່ຮັບເອົາຈຸດຢືນແລະການເຄື່ອນໄຫວທຸກຢ່າງທີ່ຢູ່ບົນພື້ນຖານຄຳຕັດສິນຢ່າງຜິດກົດໝາຍຕໍ່ຄະດີຂອງອະນຸຍາໂຕຕຸລາການກ່ຽວກັບບັນຫາທະເລຈີນໃຕ້

2024-06-07 15:12:24 cri


ວັນທີ 6 ມິຖຸນານີ້, ກອງປະຊຸມສຳມະນາສາກົນ “ການພິນິດພິຈາລະນາຄຳຕັດສິນຕໍ່ຄະດີຂອງອະນຸຍາໂຕຕຸລາການກ່ຽວກັບບັນຫາທະເລຈີນໃຕ້” ໄດ້ຈັດຂຶ້ນຢູ່ນະຄອນຊິ່ງຕາວແຂວງຊ່ານຕົ່ງຈີນ.

ຄຳຕັດສິນຕໍ່ຂອງອະນຸຍາໂຕຕຸລາການກ່ຽວກັບບັນຫາທະເລຈີນໃຕ້ ໄດ້ອະທິບາຍແລະນຳໃຊ້ “ສົນທິສັນຍາຂອງອົງການສະຫະປະຊາຊາດວ່າດ້ວຍກົດໝາຍທະເລ” ຢ່າງຜິດພາດ, ໄດ້ປະຕິເສດຈີນມີອະທິປະໄຕແລະສິດທິທາງທະເລຕໍ່ເກາະດອນຕ່າງໆຢູ່ທະເລຈີນໃຕ້ຢ່າງຜິດພາດ ເຊິ່ງໄດ້ພາໃຫ້ວົງການນິຕິສາດສາກົນຕ້ອງສຳນຶກຄືນໃໝ່.

ຄຳຕັດສິນຕໍ່ຄະດີຂອງອະນຸຍາໂຕຕຸລາການກ່ຽວກັບບັນຫາທະເລຈີນໃຕ້ທີ່ຮ້ອງຟ້ອງໂດຍຟິລິບປິນພຽງແຕ່ຝ່າຍດຽວເມື່ອປີ 2013 ນັ້ນ, ຄວາມຈິງແລ້ວແມ່ນເລື່ອງຕະຫຼົກທາງການເມືອງທີ່ສວຍໃຊ້ກົດໝາຍ. ຈີນມີຈຸດຢືນມາໂດຍຕະຫຼອດວ່າຄຳຕັດສິນຕໍ່ຄະດີດັ່ງກ່າວແມ່ນຜິດກົດໝາຍແລະເປັນໂມຄະ, ຈີນບໍ່ຮັບເອົາຈຸດຢືນແລະການເຄື່ອນໄຫວທຸກຢ່າງທີ່ຢູ່ບົນພື້ນຖານຄຳຕັດສິນແບບນີ້. ໃນກອງປະຊຸມສຳມະນາຄັ້ງນີ້, ຜູ້ຊ່ຽວຊານແລະນັກວິຊາການທີ່ເຂົ້າຮ່ວມກອງປະຊຸມໄດ້ລົງເລິກເປິກສາຫາລືຄວາມຊອບທຳ, ລັກສະນະທີ່ມີຜົນສັກສິດແລະຜົນກະທົບຂອງຄະດີທີ່ອະນຸຍາໂຕຕຸລາການກ່ຽວກັບບັນຫາທະເລຈີນໃຕ້.