ສະພາແຫ່ງຊາດຫວຽດນາມຮັບຮອງການແຕ່ງຕັ້ງໃຫ້ທ່ານເລແທັງລ່ອງເປັນຮອງນາຍົກລັດຖະມົນຕີ

2024-06-07 15:11:05 cri

ຕາມການລາຍງານຂ່າວຂອງສຳນັກຂ່າວສານຫວຽດນາມໃຫ້ຮູ້ວ່າ: ວັນທີ 6 ມິຖຸນານີ້, ກອງປະຊຸມຄັ້ງທີ 7 ຂອງສະພາແຫ່ງຊາດຫວຽດນາມຊຸດທີ 15 ໄດ້ຮັບຮອງການແຕ່ງຕັ້ງໃຫ້ທ່ານເລແທັງລ່ອງ ລັດຖະມົນຕີກະຊວງຍຸຕິທຳເປັນຮອງນາຍົກລັດຖະມົນຕີ ໂດຍອີງຕາມການສະເໜີຂອງທ່ານຟ້າມມິ່ງຈິງ ນາຍົກລັດຖະມົນຕີຫວຽດນາມ.

ຫຼັງຈາກທ່ານເລວັນແທັງ ອະດີດຮອງນາຍົກລັດຖະມົນຕີຫວຽດນາມໄດ້ເຖິງແກ່ມໍລະນະກຳຍ້ອນພະຍາດຂອງເພິ່ນເອງໃນວັນທີ 22 ສິງຫາປີຜ່ານມາ, ເຮັດໃຫ້ຕຳແໜ່ງຮອງນາຍົກລັດຖະມົນຕີຫວຽດນາມວ່າງລົງຈົນມາຮອດປັດຈຸບັນ.

ວັນທີ 6 ມິຖຸນານີ້, ກອງປະຊຸມຄັ້ງທີ 7 ຂອງສະພາແຫ່ງຊາດຫວຽດນາມຊຸດທີ 15 ຍັງໄດ້ເລືອກຕັ້ງທ່ານຫງວຽນຖິ້ແທັ່ງ ກຳມະການສູນກາງພັກຄອມມູນິດຫວຽດນາມ, ຫົວໜ້າຄະນະກຳມະການວຽກງານສະມາຊິກສະພາແຫ່ງຊາດຫວຽດນາມ ເປັນຮອງປະທານສະພາແຫ່ງຊາດ.

ກອງປະຊຸມຄັ້ງທີ 7 ຂອງສະພາແຫ່ງຊາດຫວຽດນາມຊຸດທີ 15 ໄດ້ຈັດພິທີເປີດກອງປະຊຸມເມືອວັນທີ 20 ພຶດສະພາຜ່ານມານີ້ ແລະຄາດວ່າຈະປິດລົງໃນວັນທີ 28 ມິຖຸນານີ້.