ບໍລິສັດທາງລົດໄຟລາວ-ຈີນມອບເດີ່ນບານບ້ວງ “ເສັ້ນທາງແຫ່ງມິດຕະພາພາບ‍‍‍” ໃຫ້ໂຮງຮຽນປະຖົມສົມບູນລາວ-ຈີນບ້ານໜອງປີງ

2024-06-07 12:27:44 cri



   ພິທີມອບ-ຮັບເດີ່ນບານບ້ວງ “ເສັ້ນທາງແຫ່ງມິດຕະພາບ” ໄດ້ຈັດຂຶ້ນໃນວັນທີ5ມິຖຸນານີ້ຢູ່ໂຮງຮຽນປະຖົມສົມບູນລາວ-ຈີນບ້ານໜອງປີງທີ່ນະຄອນຫຼວງວຽງຈັນ, ເດີ່ນບານບ້ວງດັ່ງກ່າວແມ່ນບໍລິສັດທາງລັດໄຟລາວ-ຈີນຈຳກັດທີ່ຮັບຜິດຊອບການດຳເນີນທຸລະກິດເສັ້ນທາງລົດໄຟຈີນ-ລາວຕອນຢູ່ປະເທດລາວເປັນຜູ້ຊ່ວຍເຫຼືອກໍ່ສ້າງຂຶ້ນ.

   ໃນໄລຍະວັນເດັກນ້ອຍສາກົນທີ1ມິຖຸນານີ້, ບໍລິສັດທາງລົດໄຟລາວ-ຈີນຍັງໄດ້ມອບອຸປະກອນການຮຽນການສອນລວມທັງຖົງປຶ້ມ, ປຶ້ມຂຽນ ພ້ອມທັງໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບການຮັກສາຄວາມປອດໄພຂອງທາງລົດໄຟໃຫ້ຄູແລະນັກຮຽນຂອງໂຮງຮຽນປະຖົມຈຳນວນ7ແຫ່ງທີ່ຢູ່ລຽບຕາມເສັ້ນທາງລົດໄຟຈີນ-ລາວ.

   ໂຮງຮຽນປະຖົມສົມບູນລາວ-ຈີນບ້ານໜອງປີງແມ່ນຈີນຊ່ວຍເຫຼືອສ້າງຕັ້ງຂຶ້ນເມື່ອປີ2012, ຈາກນັ້ນ, ຈີນໄດ້ສົ່ງຄູອາສາສະໝັກໄປປະຈຳທີ່ໂຮງຮຽນເພື່ອສິດສອນຢ່າງຕໍ່ເນື່ອງພ້ອມທັງສະໜອງອຸປະກອນການສຶກສາຫຼາຍຢ່າງໃຫ້ໂຮງຮຽນ, ເຊິ່ງເປັນໂຄງການຕົວແບບແຫ່ງມິດຕະພາບຈີນ-ລາວ.