ຍານສຳຫຼວດດວງຈັນ “ສາງເອີ 6” ສຳເລັດການເຊື່ອມຈອດຢູ່ເທິງວົງໂຄຈອນອ້ອມດວງຈັນ

2024-06-07 14:43:05 cri

    ເວລາ 14 ໂມງ 48 ນາທີຂອງວັນທີ 6 ມິຖຸນານີ້, ຍານເຄື່ອນທີ່ຂອງຍານສຳຫຼວດດວງຈັນ “ສາງເອີ 6” ໄດ້ເຊື່ອມຈອດເຂົ້າກັບຕົວປະກອບຍານວົງໂຄຈອນ ແລະ ຍານກັບຄືນສູ່ໂລກຢ່າງສຳເລັດຜົນ, ແລະໄດ້ຍ້າຍເອົາຕົວຢ່າງພື້ນຜິວດວງຈັນເຂົ້າສູ່ຍານກັບຄືນສູ່ໂລກຢ່າງປອດໄພໃນເວລາ 15 ໂມງ 24 ນາທີ.

    ນີ້ແມ່ນຄວາມສຳເລັດຂອງຍານອະວະກາດຈີນທີ່ເຊື່ອມຈອດເຂົ້າເທິງຢູ່ວົງໂຄຈອນອ້ອມດວງຈັນຄັ້ງທີ 2 ພາຍຫຼັງຍານສຳຫຼວດດວງຈັນ “ສາງເອີ 5” ເຄີຍເຮັດສຳເລັດມາແລ້ວ.