
ວັນທີ 5 ມິຖຸນານີ້, ກອງທັບອິດສະຣາແອນໄດ້ປະຕິບັດການເຄື່ອນໄຫວທາງການທະຫານຄັ້ງໃໝ່ຢູ່ພາກກາງເຂດກາຊາ, ເຮັດໃຫ້ຊາວປາແລັດສະຕິນຜູ້ເສຍຊີວິດຢ່າງໜ້າອຍ 75 ຄົນ. ມື້ດຽວກັນ, ທ່ານອິສມາຍ ຮານິແຍ ຫົວໜ້າການເມືອງຮາມາສ ກ່າວວ່າ, ສັນຍາຢຸດຍິງຄວນມີເນື້ອໃນຕ່າງໆລວມທັງສິ້ນສຸດການປະທະກັນຢູ່ເຂດກາຊາ, ອິດສະຣາແອນຕ້ອງຖອນທະຫານອອກຈາກເຂດກາຊາ ແລະ ອື່ນໆ.