ຜູ້ນຳຈີນ,ກຽກກິດສະຖານແລະອຸດສະເບກີສະຖານຊົມເຊີຍການລົງນາມສັນຍາລະຫວ່າງລັດຖະບານ3ປະເທດກ່ຽວກັບໂຄງການທາງລົດໄຟຈີນ-ກຽກກິດສະຖານ-ອຸດສະເບກີສະຖານ

2024-06-07 12:26:31 cri



  ວັນທີ6ມິຖຸນານີ້, ພິທີລົງນາມສັນຍາລະຫວ່າງລັດຖະບານ3ປະເທດກ່ຽວກັບໂຄງການທາງລົດໄຟຈີນ-ກຽກກິດສະຖານ-ອຸດສະເບກີສະຖານ

ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງປະເທດຈີນ, ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງ ປະທານປະເທດຈີນ, ທ່ານ ຊາເດີ ນົວໂກໂຊເອວິສ ຈາປາຣົຟ  ປະທານາທິບໍດີກຽກກິດສະຖານ ແລະທ່ານ ຊາຟຄັດ ມີໂຣໂມໂນວິສ ເມຍຊີໂຢເຢັຟ  ປະທານາທິບໍດີອຸດສະເບກີສະຖານໄດ້ຊົມເຊີຍການລົງນາມສັນຍາດັ່ງກ່າວຜ່ານທາງວິດີໂອ.

    ທ່ານສີຈິ້ນຜິງກ່າວວ່າ: ທາງລົດໄຟຈີນ-ກຽກກິດສະຖານ-ອຸດສະເບກີສະຖານເປັນໂຄງການຍຸດທະສາດທີ່ຈີນເຊື່ອມໂຍງເຊື່ອມຈອດກັບອາຊີກາງ, ເປັນໂຄງການສັນຍາລັກທີ່3ປະເທດ ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ການເຊັນສັນຍາລະຫວ່າງລັດຖະບານ3ປະເທດໃນຄັ້ງນີ້ໄດ້ສະແດງໃຫ້ປະຊາຄົມໂລກໄດ້ເຫັນເຖິງຄວາມຕັດສິນໃຈອັນເດັດດ່ຽວຂອງ3ປະເທດໃນການຮ່ວມມືກັນເພື່ອ ສະແຫວງຫາການພັດທະນາດ້ວຍກັນ.

    ທາງລົດໄຟຈີນ-ກຽກກິດສະຖານ-ອຸດສະເບກີສະຖານເລີ່ມຕົ້ນຈາກເມືອງຄັສເຂດປົກຄອງຕົນເອງອຸຍເກີ້ຊິນຈ່ຽງຈີນ, ຜ່ານປະເທດກຽກກິດສະຖານແລ້ວເຂົ້າສູ່ດິນແດນອຸດສະເບກີສະຖານ, ໃນຕໍ່ໜ້າຈະຂະຫຍາຍໄປສູ່ອາຊີຕາເວັນຕົກແລະອາຊີໃຕ້, ພາຍຫຼັງເສັ້ນທາງລົດໄຟດັ່ງກ່າວສ້າງສຳເລັດແລ້ວຈະສາມາດຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນລະຫວ່າງ3ປະເທດຢ່າງຫຼວງຫຼາຍ ແລະຊຸກຍູ້ໃຫ້ເສດຖະກິດ-ສັງຄົມໃນພາກພື້ນມີການພັດທະນາໄວຂຶ້ນກວ່າເກົ່າ.