ກິດຈະກຳວັນມໍລະດົກວັດທະນະທຳແລະທຳມະຊາດຈີນປີ 2024 ຈັດຂຶ້ນຢູ່ນະຄອນເສິນຢາງ

2024-06-08 11:55:05 cri

ວັນທີ 8 ມິຖຸນານີ້ແມ່ນວັນມໍລະດົກວັດທະນະທຳແລະທຳມະຊາດຈີນປີທີ 8, ຫົວຂໍ້ຂອງກິດຈະກຳປີນີ້ແມ່ນ: ອະນຸລັກວັດຖຸບູຮານ, ສືບທອດອະລິຍະທຳ. ຕອນເຊົ້າວັນດັ່ງກ່າວ, ກິດຈະກຳວັນມໍລະດົກວັດທະນະທຳແລະທຳມະຊາດຈີນປີ 2024 ໄດ້ຈັດຂຶ້ນຢູ່ນະຄອນເສິນຢາງແຂວງຫຼຽວໜິງຈີນ. ອົງການວັດຖຸບູຮານແຫ່ງຊາດຈີນຈະເປີດເຜີຍກໍລະນີການພັດທະນາດ້ວຍຄຸນນະພາບສູງໃນພາລະກິດວັດຖຸບູຮານ, ໂຄງການໂຄສະນາເຜີຍແຜ່ວັດຖຸບູຮານຈີນດ້ວຍສື່ໃໝ່ທີ່ດີເດັ່ນປະຈຳປີ 2024 ແລະ ບັນຊີລາຍຊື່ຜູ້ເຝົ້າຮັກສາຄວາມປອດໄພຂອງວັດຖຸບູຮານດີເດັ່ນຄັ້ງທີ 6. ກິດຈະກຳຄັ້ງນີ້ຍັງໄດ້ເຊື້ອເຊີນຜູ້ຊ່ຽວຊານທີ່ກ່ຽວຂ້ອງເປີດເຜີຍຜົນງານການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີໃນການອະນຸລັກວັດຖຸບູຮານໃນຊຸມປີຜ່ານມາ.