ຈີນເລັ່ງທວງໃຫ້ອາເມຣິກາຍົກເລີກແຜນການຂາຍອາວຸດໃຫ້ໄຕ້ຫວັນຈີນ

2024-06-08 11:52:48 cri

ຫວ່າງມໍ່ໆມານີ້, ທ່ານຈ່າງສຽວກ່າງ ໂຄສົກະຊວງປ້ອງກັນປະເທດຈີນຕອບຄຳຖາມຂອງນັກຂ່າວກ່ຽວກັບອາເມຣິກາຂາຍອາວຸດໃຫ້ໄຕ້ຫວັນຈີນ.


ມີນັກຂ່າວຖາມວ່າ: ຫວ່າງມໍ່ໆມານີ້, ກົມຮ່ວມມືດ້ານຄວາມໝັ້ນຄົງ ແລະ ການປ້ອງກັນປະເທດ ກະຊວງປ້ອງກັນປະເທດອາເມຣິກາກ່າວວ່າ: ໄດ້ອະນຸຍາດການຂາຍອາວຸດໃຫ້ໄຕ້ຫວັນ ໂດຍມີມູນຄ່າປະມານ 300 ລ້ານໂດລາ ແລະ ແບ່ງເປັນ 2 ຊຸດ, ລວມທັງຂາຍຊິ້ນສ່ວນເຮືອບິນສູ້ຮົບ F-16 ແລະ ການບໍລິການທີ່ກ່ຽວຂ້ອງໃຫ້ໄຕ້ຫວັນ. ຈີນມີຄຳເຫັນແນວໃດຕໍ່ເລື່ອງນີ້?


ທ່ານຈ່າງສຽວກ່າງກ່າວວ່າ: ອາເມຣິກາຂາຍອາວຸດໃຫ້ເຂດໄຕ້ຫວັນຂອງຈີນ, ໄດ້ລະເມີດຫຼັກການປະເທດຈີນດຽວ ແລະ ປະກາດແຈ້ງການຮ່ວມ 3 ສະບັບລະຫວ່າງຈີນແລະອາເມຣິກາ ໂດຍສະເພາະແມ່ນເນື້ອໃນຂອງຖະແຫຼງການວັນທີ 17 ສິງຫາຢ່າງໜັກໜ່ວງ, ໄດ້ທຳລາຍອະທິປະໄຕ ແລະ ຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຈີນຢ່າງໜັກໜ່ວງ ແລະ ໄດ້ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງຊ່ອງແຄບໄຕ້ຫວັນຢ່າງໜັກໜ່ວງ.


ຈີນເລັ່ງທວງໃຫ້ອາເມຣິກາຈົ່ງປະຕິບັດຕາມຫຼັກການປະເທດຈີນດຽວ ແລະ ເນື້ອໃນຂອງປະກາດແຈ້ງການຮ່ວມ 3 ສະບັບລະຫວ່າງຈີນແລະອາເມຣິກາ, ຍົກເລີກແຜນການຂາຍອາວຸດໃຫ້ໄຕ້ຫວັນໃນທັນທີ, ຍຸດຕິການສົ່ງອາວຸດໃຫ້ໄຕ້ຫວັນໃນທຸກຮູບແບບ ແລະ ປົກປັກຮັກສາການພົວພັນລະຫວ່າງສອງກອງທັບດ້ວຍການກະທຳຕົວຈິງ. ກອງທັບປົດປ່ອຍປະຊາຊົນຈີນຈະສືບຕໍ່ເພີ່ມທະວີການເຝິກຊ້ອມ ເພື່ອປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ.