ວິສາຫະກິດຜະລິດລົດຍົນຂອງຍີ່ປຸ່ນຮ່ວມກັນເຮັດຂໍ້ມູນປອມ ພາໃຫ້ເກີດຄວາມກັງວົນຢ່າງກວ້າງຂວາງ

2024-06-08 13:26:54 CRI



ຫວ່າງກ່ອນນີ້ບໍ່ດົນ, ວິສາຫະກິດຜະລິດລົດຍົນຍີ່ປຸ່ນ 5 ແຫ່ງເຊິ່ງລວມທັງຊູຊູກິຖືກເປີດເຜີຍວ່າ ໄດ້ເຮັດຂໍ້ມູນປອມໃນຂັ້ນຕອນກວດກາວັດແທກ, ເຊິ່ງເຮັດໃຫ້ວົງການຕ່າງປະເທດເກີດຄວາມສົນໃຈຢ່າງກວ້າງຂວາງ. ທ່ານ HAYASHI Yoshimasa ເລຂາທິການຄະນະລັດຖະບານຍີ່ປຸ່ນໃຫ້ຮູ້ວ່າ, ເຫດການດັ່ງກ່າວບໍ່ພຽງແຕ່ໄດ້ກະທົບເຖິງພື້ນຖານຂອງລະບຽບການຢືນຢັນລົດຍົນຍີ່ປຸ່ນເທົ່ານັ້ນ, ແຕ່ຍັງໄດ້ທຳລາຍຊື່ສຽງຂອງອຸດສາຫະກຳລົດຍົນຍີ່ປຸ່ນນຳອີກ.


ເມື່ອຮອດທ້າຍເດືອນພຶດສະພາປີ 2024, ພາກສ່ວນຄົມມະນາຄົມຍີ່ປຸ່ນໄດ້ລົງສຳຫຼວດຕື່ມອີກແລ້ວພົບວ່າ, ໃນລົດຍົນ 38 ລຸ້ນຂອງວິສາຫະກິດຜະລິດລົດຍົນທີ່ສຳຄັນ 5 ແຫ່ງຕົ້ນຕໍເຫຼົ່ານີ້ລວມມີບໍລິສັດໂຕໂຢຕາ, ຮອນດ້າ, ມາສດາ, ຍາມາຮ່າ ແລະ ຊູຊູກິ ທີ່ກ່ຽວພັນເຖິງການເຮັດຂໍ້ມູນປອມດັ່ງກ່າວນີ້ ຍັງຄົງມີ 6 ລຸ້ນກຳລັງຖືກຈຳໜ່າຍໃນຕະຫຼາດ, ເຊິ່ງມີລົດຍົນທີ່ຜິດລະບຽບຫຼັກການຫຼາຍກວ່າ 5 ລ້ານຄັນ, ການທີ່ເຮັດຂໍ້ມູນປອມຂຶ້ນມາມັນຈະພົວພັນໄປເຖິງ ຄວາມປອດໄພຂອງຄົນຍ່າງ, ການເກີດອຸບັດຕິເຫດ, ຖົງລົມນິລະໄພ, ສຽງນັນແຊວ, ການລະບາຍມົນລະພິດ ແລະອື່ນໆ.



ເມື່ອເບິ່ງຈາກໄລຍະຍາວ, ເວົ້າສຳລັບວິສາຫະກິດຍີ່ປຸ່ນແລ້ວ, ການເຮັດຂໍ້ມູນປອມຢ່າງຜິດລະບຽບຫຼັກການບໍ່ແມ່ນເລື່ອງທີ່ເກີດຂຶ້ນໂດຍບັງເອີນ, ກໍບໍ່ແມ່ນປາກົດການທີ່ມີແຕ່ຢູ່ໃນອຸດສາຫະກຳລົດຍົນເທົ່ານັ້ນ, ເຊັ່ນ: ເຫດການເຮັດຂໍ້ມູນປອມດ້ານການຜະລິດເຫຼັກກ້າຂອງໂຮງງານໂກະເບະເມື່ອປີ 2017; ເຫດການປອມເຄື່ອງຈັກໄຟຟ້າ ມິຊຸບິຊິເມື່ອປີ 2021; ເຫດການປອມ ລົດຍົນຮິໂນະເມື່ອປີ 2022; ເຫດການປອມໃນລາຍການກວດກາວັດແທກຂອງບໍລິສັດ DAIHATSU ເມື່ອປີ 2023, ການດັດແປງຂໍ້ມູນຢ່າງຜິດລະບຽບຂອງເຄື່ອງຕ່ຳແຜ່ນແບບອັດຕະໂນມັດຍີ່ຫໍ້ໂຕໂຢຕາ ແລະ ບໍລິສັດIHIເມື່ອປີ 2024, ເຄື່ອງບຳລຸງສຸຂະພາບທີ່ມີສານMonascus purpureus Went. ຂອງບໍລິສັດຜະລິດຢາໂກະບະຢະຊິ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍຄົນ. ບັນຫາທີ່ມີລັກສະນະໂຄງປະກອບໃນອຸດສາຫະກຳການຜະລິດຂອງຍີ່ປຸ່ນແບບນີ້ໄດ້ພົ້ນເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ, ວິສາຫະກິດຜະລິດລົດຍົນທີ່ມີຊື່ສຽງຖືກເປີດເຜີຍບັນຫາແບບລວມສູນຄັ້ງນີ້ ພຽງແຕ່ເປັນປະກົດການໂດຍຫຍໍ້ເທົ່ານັ້ນ.


ເຫດການເຮັດປອມເຫຼົ່ານີ້ໄດ້ຖືກເປີດເຜີຍເທື່ອແລ້ວເທື່ອອີກ, ເຮັດໃຫ້ອຸດສາຫະກຳການຜະລິດຂອງຍີ່ປຸ່ນເສຍຄວາມໜ້າເຊື່ອຖື. ລັດຖະບານຍີ່ປຸ່ນ ແລະ ວິສາຫະກິດຍີ່ປຸ່ນຕ້ອງສຳນຶກເຖິງຄວາມຜິດຢ່າງເລິກເຊິ່ງ ແລະ ປະຕິຮູບຢ່າງຮອບດ້ານ, ຢ່າທຳຮ້າຍຜູ້ອື່ນ ກໍຄືຕົນເອງ.