ນາຍົກມາເລເຊຍໃຫ້ຄຳເຫັນກ່ຽວກັບບັນຫາທະເລຈີນໃຕ້

2024-06-08 14:56:51 cri

ວັນທີ 6 ມິຖຸນານີ້, ຢູ່ນະຄອນຫຼວງກົວລາລຳເປີ, ທ່ານອັນວາ ບິນ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍກ່າວວ່າ: ຄັດຄ້ານອິດທິກຳລັງພາຍນອກແຊກແຊງເຂົ້າໃນບັນຫາທະເລຈີນໃຕ້.

ອີງຕາມສຳນັກຂ່າວມາເລເຊຍລາຍງານວ່າ: ໃນໄລຍະເຂົ້າຮ່ວມກອງປະຊຸມໂຕະມົນອາຊີປາຊີຟິກຄັ້ງທີ 37, ທ່ານອັນວາ ບິນ ອິບຣາຮິມໄດ້ຕອບຄຳຖາມຂອງຜູ້ແທນຄົນໜຶ່ງຈາກຟີລິບປິນ ໂດຍກ່າວວ່າ: ບັນຫາທະເລຈີນໃຕ້ບໍ່ຄວນໃຫ້ອິດທິກຳລັງພາຍນອກເຂົ້າມາແຊກແຊງ ເພາະວ່າມັນຈະເຮັດໃຫ້ສະຖານະການຢູ່ທະເລຈີນໃຕ້ສັບສົນຍິ່ງຂຶ້ນ.

ທ່ານອັນວາ ບິນ ອິບຣາຮິມ ຍັງໄດ້ເນັ້ນໜັກອີກເທື່ອໜຶ່ງກ່ຽວກັບຫຼັກໝັ້ນຂອງບັນດາປະເທດສະມາຊິກອາຊຽນ ແລະ ຈີນ ໃນການຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຈີນໃຕ້.

ມາເລເຊຍຈະປະຕິບັດໜ້າທີ່ປະເທດປະທານໝູນວຽນອາຊຽນໃນປີ 2025.