ສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງເອົາມະຕິກ່ຽວກັບການສ້າງວັນສາກົນເພື່ອການສົນທະນາລະຫວ່າງອະລິຍະທຳ ທີ່ສະເໜີໂດຍຈີນ

2024-06-08 10:53:40 CRI


ວັນທີ 7 ມິຖຸນານີ້, ສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 78 ໄດ້ເປິກສາຫາລື ແລະເປັນເອກະພາບກັນຮັບຮອງເອົາມະຕິກ່ຽວກັບການສ້າງວັນສາກົນເພື່ອການສົນທະນາລະຫວ່າງອະລິຍະທຳ ທີ່ສະເໜີໂດຍຈີນ, ຕົກລົງຈັດເອົາວັນທີ 10 ມິຖຸນາຂອງແຕ່ລະປີເປັນວັນສາກົນເພື່ອການສົນທະນາລະຫວ່າງອະລິຍະທຳ.


ຫຼັງຈາກສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງເອົາມະຕິດັ່ງກ່າວແລ້ວ, ທ່ານຟູ້ຊົ່ງ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ໃຫ້ສຳພາດຕໍ່ນັກຂ່າວໂດຍກ່າວເນັ້ນວ່າ: ໃນເດືອນມີນາປີ 2023 ຜ່ານມາ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກ ໂດຍໄດ້ໃຫ້ຄຳຮຽກຮ້ອງຢ່າງຈິງໃຈຕໍ່ທົ່ວໂລກທີ່ລົງເລິກການຊຸກຍູ້ການແລກປ່ຽນລະຫວ່າງອະລິຍະທຳ, ຊຸກຍູ້ຄວາມສິວິໄລ ແລະ ຄວາມກ້າວໜ້າຂອງສັງຄົມມະນຸດ ເຊິ່ງໄດ້ຮັບສຽງຕອບຮັບຢ່າງຕັ້ງໜ້າຈາກປະຊາຄົມໂລກ. ປະຊາຄົມໂລກເປັນເອກະພາບກັນສະໜັບສະໜູນໃຫ້ສະມັດຊາໃຫຍ່ອົງການສະຫະປະຊາຊາດສ້າງຕັ້ງວັນສາກົນເພື່ອການສົນທະນາລະຫວ່າງອະລິຍະທຳ ເຊິ່ງໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ ຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກສອດຄ່ອງກັບກະແສຂອງຍຸກສະໄໝ ແລະ ຄວາມຕ້ອງການຂອງຍຸກສະໄໝ ແລະ ໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ ແນວຄວາມຄິດ ແລະ ແຜນດຳເນີນງານຂອງຈີນພວມນັບມື້ນັບກາຍເປັນຄວາມຮັບຮູ້ທີ່ເປັນເອກະພາບກັນໃນສາກົນ.